ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດອາ​ວຸ​ໂສ​ບ​ຣູ​ໄນ​ຈະ​ຮັບ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ຄົນ​ໃໝ່
2017-11-15 15:18:55  cri 
ຕອນ​ຄ່ຳ​ວັນ​ທີ 14 ພະ​ຈິກ​ນີ້, ທ່ານ ລີ​ສຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນວຽນ​ອາ​ຊຽນ ​ປີ 2018 ໄດ້​ປະ​ກາດ​ໃນ​ກອງ​ປະ​ຊຸມ​ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 31 ວ່າ: ທ່ານ ລິມ​ຈົກ​ໂຮຍ ເລ​ຂາ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າບ​ຣູ​ໄນ​ຈະ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນຄົນ​ໃໝ່.

ທ່ານ ລິມ​ຈົກ​ໂຮຍ ຈະ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ ​ແທນ​ທ່ານ ລີ​ເລືອງ​ມິງ ເລ​ຂາ​ທິ​ການ​ໃຫຍ່​ຄົນປັດ​ຈຸ​ບັນ​ທີ່​ຈະ​ໝົດ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ທ້າຍ​ປີ​ນີ້.

ທ່ານ ລິມ​ຈົກ​ໂຮຍ ເຄີຍ​ໄດ້​ເຂົ້າຮ່ວມ​ກິດ​ຈະ​ກຳ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ຫຼາຍ​ຝ່າຍ​ເຊັ່ນ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ອົງ​ການ​ການ​ຄ້າ​ໂລກ,ອາ​ຊຽນ​ແລະ​ອື່ນໆ​ໃນ​ນາມ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ປະ​ເທດ​ບ​ຣູ​ໄນ. ​ດ້ວຍ​ປະ​ສົບ​ການ​ດັ່ງ​ກ່າວ​ເຮັດ​ໃຫ້​ສື່ມວນ​ຊົນ​ວິເຄາະ​ວ່າ: ບົດ​ຮຽນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ວຽກ​ງານ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ຂອງ​ທ່ານ ລິມ​ຈົກ​ໂຮຍ ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ