ມະ​ຫາ​ວິ​ທະ​ຍາ​ໄລ​​ຈີນ​ແລະ​ໄທ​ຮ່ວມ​ມື​ສ້າງ​ບຸກ​ຄະ​ລາ​ກອນເຕັກ​ນິກ​ທາງ​ລົດ​ໄຟ
2017-11-15 15:20:04  cri 
ວັນ​ທີ 14 ພະ​ຈິກ​ນີ້ ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ, ມະ​ຫາ​ວິ​ທະ​ຍາ​ໄລ​ຈົ່ງ​ນານ​ຈີນ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຊີພະ​ຈອມເກົ້າ​ທົນ​ບູ​ຣີໄທ​ໄດ້​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ ​ໂດຍ​ຈະ​ຮ່ວມ​ກັນ​ສ້າງ​ບຸກ​ຄະ​ລາ​ກອນ​ເຕັກ​ນິກທາງ​ລົດ​ໄຟ​ໃຫ້​ປະ​ເທດ​ໃນ​ອາ​ຊຽນລວມ​ທັງ​ປະ​ເທດ​ໄທດ້ວຍ.

ທ່ານ ເສີນ​ຊຸ່ນ​ຢາງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈົ່ງ​ນານ​ກ່າວ​ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ ແລະ​ໄດ້ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ. ຄຽງ​ຄູ່​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ຫວັງ​ວ່າ​ຈະ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ແບບ​ຍາວ​ນານ​ກັບມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ໄທໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ,ສ້າງ​ສະ​ຖາ​ບັນ​ທາງ​ລົດ​ໄຟ​ສາ​ກົນ,ຮ່ວມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລເຕັກ​ໂນ​ໂລ​ຊີພະ​ຈອມເກົ້າ​ທົນ​ບູ​ຣີ​ໄທເລີ່ມ​ດຳ​ເນີນ​ຮູບ​ແບບ​ການ​ອົບ​ຮົມ "2+2" ​​ເທື່ອ​ລະ​ກ້າວ ເພື່ອ​​ສ້າງ​ບຸກ​ຄະ​ລາ​ກອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ​ຂອງອາ​ຊຽນ.

ທ່ານ ພິ​ນິດ ຈາຣຸ​ສົມ​ບັດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ໄທ-ຈີນ,ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ໃນ​ມື້​ດັ່ງ​ກ່າວ​ວ່າ: ຈາ​ກ​ການ​ເຫັນເຕັກ​ໂນ​ໂລ​ຊີ​ທາງ​ລົດ​ໄຟ​ຂອງ​ຈີນ​ມີ​ຄວາມ​ກ້າວ​ໜ້າແລະ​ມີ​ຜົນ​ງານ​ຢ່າງ​ໃຫຍ່​ຫຼວງ ຈຶ່ງເຊື່ອ​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ​ລະ​ຫວ່າງ​ຈີນ-ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ