ຜົນ​ງານ​ການ​ແປບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຂອງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຖືກ​ເອີ້ນ​ວ່າ "ຝົນ​ຕົກ​ທີ່​ຖືກ​ຕ້ອງ​ຕາມ​ລະ​ດູ​ການ"
2017-11-15 15:37:35  cri 

ຕາມ​ຂ່າວ CRI: ໃນ​ໄລ​ຍະ​ສະ​ຫາຍ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດ, ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ໄດ້​ແປ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ເປັນ​​ພາ​ສາ​ລາວ​ແລະ​ແຈກ​ຢາຍ​ໃຫ້​ແກ່​ສື່ມວນ​ຊົນ​ແລະບຸກ​ຄົນ​ວົງ​ການ​ຕ່າງໆ​​ຂອງ​ສັງ​ຄົມ​ລາວ. ​ເຊິ່ງ​ໄດ້​ກາຍ​ເປັນ​ກະ​ແສ​ຕອບ​ຮັບ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ເຫັນ​ໄດ້​ຈາກບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ລາວ​ກ່າວ​ວ່າ, ບົດ​ລາຍ​ງານກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ສະ​ບັບ​ພາ​ສາ​ລາວ​ແມ່ນ​ຂໍ້​ມູນ​ອັນ​ລ້ຳ​ຄ່າ​ທີ່​ສຸດ, ສາ​ມາ​ເຮັດ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ລາວ​ເຂົ້າ​ໃຈ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມໃຫຍ່​ຢ່າງຮອບ​ດ້ານ​ແລະ​​ເປັນ​ລະ​ບົບ.

ທ່ານ​ສູນ​ທອນ ຄັນ​ທະ​ວົງ ​ອຳ​ນວຍການ​​ສຳ​ນັກຂ່າວ​ສານ​ປະ​ເທດ​ລາວ​ກ່າວ​ວ່າ, ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ຕົນ​​ສົນ​ໃຈ​ຕໍ່​ບົດ​ລາຍ​ງານ​ກອງ​ປະ​ຊຸມໃຫຍ່ດັ່ງ​ກ່າວ​ທີ່​ສຸດ​ແລະ​ເຖິງວ່າ​ສື່ມວນ​ຊົນ​ຂະ​ແໜງ​ຕ່າງ​ໄດ້​ລາຍ​ງານ​ແລ້ວ, ແຕ່​ມີ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ. ການ​ທີ່ CRI ແປ​ບົດ​ລາຍ​ງານ​ດັ່ງ​ກ່າວ​ເປັນ​​ພາ​ສາ​ລາວຖື​ວ່າ​ເປັນ​ຂໍ້​ມູນ​ອັນ​ລ້ຳ​ຄ່າ​ທີ່​ສຸດ, ສາ​ມາ​ເຮັດ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ລາວ​ເຂົ້າ​ໃຈ​​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ຢ່າງຮອບ​ດ້ານ​ແລະ​​ເປັນ​ລະ​ບົບ.

ທ່ານ​ສິດ​ທິ​ໄຊ ໄຊ​ຍະ​ວົງ, ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ປະ​ເທດ​ຈີນ​ຂອງ​ມະ​ຫ​າ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ, ບົດ​ລາຍ​ງານກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແມ່ນ​ເນື້ອ​ໃນ​ທີ່​ດີ​ເລີດ​ຂອງແນວ​ຄິດ​​ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໃນ​ຍຸກ​ໃໝ່, ໂດຍພາຍ​ຫຼັງ​ອ່ານ​ແລ້ວ​ກໍ​ສາ​ມາດ​ເຂົ້າ​ໃຈ​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ, ​ໄດ້​ບົດ​ຮຽນ​ແຫ່ງ​ຜົນ​ສຳ​ເລັດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ແລະ​ສາ​ມາດຊຸກ​ຍູ້​ພັດ​ທະ​ນາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ລາວ​ເອງ.

ພາຍ​ຫຼັງ​ຈັດກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ເປັນ​ຕົ້ນມາ, CRI ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ດ້ວຍ​ການ​ເຜີຍ​ແຜ່​ດ້ວຍ​ພາ​ສາ​ລາວ​ຢູ່ລາວ​ແລະ​​ໂຄ​ສະ​ນາ​ການ​ຮ່ວມ​ມື, ​ໂດຍໄດ້​ຮັບ​ຄວາມ​ສົນ​ໃຈ​​ສູງ​ຈາກຊາວ​ລາວ. ໃນ​ໄລ​ຍະ​ຈັດກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ​ເພ​ຈ​ແຟ​ຊ​ບຸກ CRI-FM93 ​ກໍມີ​ເພື່ອນ​ຫຼາຍ​​ເຖິງ 1 ລ້ານ​ຄົນ, ​ເຊິ່ງ​ລື່ນ​ຈຳ​ນວນ​ເພື່ອນ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ຂອງ​ສື່ມວນ​ຊົນ​ປະ​ເທດ​ເອີ​ລົບ, ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ, ແລະກາຍ​ເປັນ​ສື່​ສັງ​ຄົມ​ອອນ​ໄລ​ພາ​ສາ​ລາວ​ທີ່​ມີ​ເພື່ອນ​ຫຼາຍກວ່າ​ໝູ່​ໃນ​ໂລກ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ