ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ແຕ່ ຊີ່​ອ່ານ-ເສິງ​ຕູ່​ຈະ​ເປີດ​ປະ​ຫວັດ​ສາດ​ໜ້າ​ໃໝ່​ຂອງຄົມ​ມະ​ນາ​ຄົມ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ
2017-11-16 15:48:48  cri 

ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ແຕ່​ເມືອງ​ຊີ່​ອ່ານ​ຫາ​ເມືອງ​ເສິງ​ຕູ່​ໄດ້​ຜ່ານ​ການກວດກາ​ແລະ​ມອບ​ຮັບ​ຢ່າງ​ຮອບ​ດ້ານ​ແລ້ວ​ໃນ​ວັນ​ທີ 13 ພະ​ຈິກ​ນີ້, ​ຂະ​ນະ​ທີ່​ຊ່ຽວ​ຊານ​​ກ່າວ​ດ້ວຍ​ຄວາມ​ພູມ​ໃຈ​ວ່າ: ​ລາ​ກ່ອນ, ເສັ້ນ​ທາງ​ທີ່​ຫຍຸ້ງ​ຍາກ​ທຸ​ລະ​ກັນ​ດານ​ແຂວງ​ເສ​ສວນ! ​ຜົນ​ສຳ​ເລັດ​ຂອງການ​ສ້າງທາງ​ລົດ​ໄຟ​​ຈາກແຂວງ​ເສ​ສວນ​​ສູ່​ພາກເໜືອ​ປະ​ເ​ທດ​ສາຍ​ທຳ​ອິດ​ຂອງ​ຈີນ​ດັ່ງ​ກ່າວ​ນີ້​ມີ​ຄວາມ​ໝາຍວ່າ ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ທຸ​ລະ​ກັນ​ດານ​ໃນ​ການ​ອອກ​ເດີນ​ທາງ​ຢູ່​ແຂວງ​ເສ​ສວນ ດັ່ງ​ ກະ​ວີຂອງ​ທ່ານຫຼີ​ປາຍ ນັກ​ກະ​ວີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ພັນ​ລະ​ນາ​ເມື່ອ 1000 ປີ​ກ່ອນ​ນັ້ນ​​ໄດ້​ກາຍ​ເປັນ​ຕຳ​ນານ​ແລ້ວ ເພາະ​​ເດີນ​ທາງ​ດ້ວຍ​ລົດ​ໄຟຈາກ​ເມືອງ​ເສິງ​ຕູ່​ຫາ​ເມືອງ​ຊີ່​ອ່ານ​ຜ່ານ​ມາ​ຕ້ອງ​ໃຊ້​ເວ​ລາ 10 ກວ່າ​ຊົ່ວ​ໂມງ​ແຕ່​ປັດ​ຈຸ​ບັນ​ໃຊ້​ເວ​ລາ​ພຽງ​ແຕ່ 3 ຊົ່ວ​ໂມງ​​ເທົ່າ​ນັ້ນ. ຈາກ​ນີ້, ​ຕ້ອງ​ໄດ້​ແຕ້ມແຜນ​ທີ່​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີ​ນຄືນ​ໃໝ່.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ