ຮົງ​ກົງ-ສິງ​ກະ​ໂປ​ຮ່ວມ​ມື​ພັດ​ທະ​ນາ​ເຄືອ​ຂ່າຍ​ການ​ຄ້າ​​ຂ້າມ​ຊາດ ​ແລະ​ການ​ລະ​ດົມ​ທຶນ​ການ​ຄ້າ
2017-11-16 16:11:10  cri 
ພະ​ແນກຄຸ້ມ​ຄອງ​ການ​ທະ​ນາ​ຄານ​ຮົງ​ກົງ​ຈີນ​ເປີ​ດ​ເຜີຍ​ວ່າ: ​ພະ​ແນກ​ຕົນ​ໄດ້​ແລກ​ປ່ຽນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ອົງ​ການ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ສິງ​ກະ​ໂປ​ໃນ​ວັນ​ທີ 15 ພະ​ຈິກ​ນີ້​ໂດຍ​ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ພັດ​ທະ​ນາ "ເຄືອ​ຂ່າຍ​ເຊື່ອມ​ຈອດ​ການ​ຄ້າ​ທົ່ວ​ໂລກ" ​ດ້ວຍ​ການ​ນຳໃຊ້​ເຕັກ​ນິກບັນ​ຊີ​​ແບ່ງ​ປະ​ເພດ​ແບບ​ຈະ​ຈາຍຫຼືDLT ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂ້າມ​ຊາດ​ເພື່ອ​ສົ່ງ​ເສີມ​ຂະ​ແໜງ​ການ​ການ​ຄ້າ​ ​ແລະ​ການ​ລະ​ດົມ​ທຶນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ກໍ​ຄື​ທົ່ວ​ໂລກ​ຫັນ​ເປັນ​ດີ​ຈີ​ຕອນ.

"ເຄືອ​ຂ່າຍ​ເຊື່ອມ​ຈອດ​ການ​ຄ້າ​ທົ່ວ​ໂລກ"ເປັນ​ໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໂຄງ​ການ​ທຳ​ອິດ​ລະ​ຫວ່າງ​​ພະ​ແນກ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ຮົງ​ກົງ​ແລະ​​ອົງ​ການ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ສິງ​ກະ​ໂປຫຼັງ​ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ໃນ​ເດືອນ​ຜ່ານ​ມາ ເຊິ່ງ​ໂຄງ​ການ​ດັ່ງ​ກ່າວ​ຈະ​ນຳ​ໃຊ້​ເຕັກ​ນິກDLT​ສ້າ​ງ​ຊ່ອງ​ທາງ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ລະ​ບົບ​ເຄືອ​ຂ່າຍ​ການ​ລະ​ດົມ​ທຶນ​ການ​ຄ້າ​ຮົງ​ກົງ​ກັ​​ບລະ​ບົບ​ເຄືອ​ຂ່າຍ​ການ​ຄ້າ​ທົ່ວ​ປະ​ເທດ​ສິງ​ກະ​ໂປ​ເພື່ອຫຼຸດ​ຕົ້ນ​ທຶນ​ການ​ຄ້າ​ແລະ​ການ​ລະ​ດົມ​ທຶນ​ການ​ຄ້າ​ຂ້າ​ມ​ຊາດ​ແລະ​ຍົກ​ລະ​ດັບ​ຄວາມ​ປອດ​ໄພ​ແລະ​ປະ​ສິດ​ທິ​ພາບ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ