ເຜີຍແຜ່ປຶ້ມຄູ່ມືກ່ຽວກັບການກວດກາແລະປິ່ນປົວພະຍາດເບົາຫວານດ້ວຍແພດແລະຢາພື້ນເມືອງຈີນໃນສາກົນສະບັບທຳອິດ
2017-11-16 09:46:01  cri 


(ເຜີຍແຜ່ປຶ້ມຄູ່ມືກ່ຽວກັບການກວດກາແລະປິ່ນປົວພະຍາດເບົາຫວານດ້ວຍແພດແລະຢາພື້ນເມືອງຈີນໃນສາກົນສະບັບທຳອິດ)



ພິທີນຳສະເໜີ ແລະເຜີຍແຜ່ ປຶ້ມຄູ່ມືກ່ຽວກັບການກວດກາແລະປິ່ນປົວພະຍາດເບົາຫວານດ້ວຍແພດແລະຢາພື້ນເມືອງຈີນ
ໃນສາກົນສະບັບທຳອິດ ໄດ້ຈັດຂຶ້ນຢູ່ນະຄອນເຊີນເຈິ້ນຂອງຈີນໃນວັນທີ 14 ພະຈິກ ນີ້ ເຊິ່ງປຶ້ມຄູ່ມືດັ່ງກ່າວຖືເປັນການຊີ້
ນຳການກວດກາ ແລະປິ່ນປົວພະຍາດສະເພາະດ້ວຍການແພດແລະ ຢາພື້ນເມືອງຈີນໃນສາກົນສະບັບທຳອິດທີ່ເຜີຍແຜ່
ໂດຍສະຫະພັນແພດສາດພື້ນເມືອງຈີນໂລກ. ນັກວິຊາການທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດຫຼາຍທ່ານໄດ້ເຂົ້າຮ່ວມ
ພິທີດັ່ງກ່າວ.

ທ່ານຢາງຢົງເສີນ ຮອງຫົວໜ້າພະແນກການວາງແລະຕິດຕາມກວດການະໂຍບາຍຂອງກົມຄຸ້ມຄອງ ບໍລິຫານແພດພື້ນ
ເມືອງແຫ່ງຊາດຈີນຊີ້ອອກວ່າ, ການແລກປ່ຽນຂໍ້ມູນໃນສາກົນ, ການດຳເນີນການ ປິ່ນປົວ, ການອົບຮົມວິຊາການ, ການ
ຄົ້ນຄວ້າດ້ານວິທະຍາສາດ ແລະການຄຸ້ມຄອງບໍລິຫານໃນຂົງເຂດ ແພດພື້ນເມືອງຈີນລ້ວນແຕ່ຕ້ອງການຫຼັກມາດຖານ
ສາກົນ.ຈີນໃນຖານະເປັນປະເທດກຳເນີດແພນແລະຢາພື້ນເມືອງຈີນ, ຍິ່ງຕ້ອງກາຍເປັນຜູ້ວາງມາດຖານສາກົນຂອງການ
ແພດແລະຢາພື້ນເມືອງຈີນ, ຈິ່ງສາມາດນຳພາການພັດທະນາຂອງການແພດແລະຢາພື້ນເມືອງຈີນສືບຕໍ່ພັດທະນາກ້າວ
ໄປໜ້າໄດ້.

ທ່ານຊ່າງປິ່ນເສິ່ງ ເລຂາທິການໃຫຍ່ສະຫະພັນການແພດແລະຢາພື້ນເມືອງຈີນໂລກປະກອບຄຳຄິດຄຳເຫັນວ່າ, ນັບແຕ່
ສ້າງຕັ້ງສະຫະພັນດັ່ງກ່າວເມື່ອປີ 2003 ເປັນຕົ້ນມາ, ແມ່ນໄດ້ສຸມໃສ່ການຊຸກຍູ້ໃຫ້ວາງ ມາດຖານສາກົນໃຫ້ແກ່ການ
ແພດແລະຢາພື້ນເມືອງຈີນ. ນັບມາຮອດປັດຈຸບັນ ໄດ້ປະກາດໃຊ້ມາດຖານ ຂອງອົງການຈັດຕັ້ງສາກົນໃນຂົງເຂດການ
ແພດແລະຢາພື້ໜເມືອງຈີນ 17 ສະບັບແລ້ວ, ແຕ່ຈົນ ຮອດປັດຈຸບັນ ຍັງບໍ່ມີຄຳເຫັນຊີ້ນຳການປິ່ນປົວພະຍາດສະເພາະ
ດ້ວຍການແພດແລະຢາພື້ນເມືອງຈີນ ໃດໜຶ່ງອອກມາເທື່ອ, ສະນັ້ນ ສະຫະພັນການແພດແລະຢາພື້ນເມືອງຈີນໂລກຮຽບ
ຮຽງປຶ້ມຄູ່ມືກ່ຽວກັບການກວດກາແລະປິ່ນປົວພະຍາດເບົາຫວານດ້ວຍແພດແລະຢາພື້ນເມືອງຈີນໃນສາກົນເຫຼັ້ມນີ້ອອກມາ
ກໍ່ແມ່ນພື່ອຊອກຄົ້ນຮູບແບບໃໝ່ໃນການວາງຄຳເຫັນຊີ້ນຳການປິ່ນປົວພະຍາດດ້ວຍແພດພື້ນເມືອງຈີນແບບໃໝ່, ສະນັ້ນ
ສະຫະພັນດັ່ງກ່າວຈະອີງໃສ່ລະບຽບການໃນການວາງມາດຖານສາກົນ ISO ແລະຄຳເຫັນໃນການປິ່ນປົວພະຍາດດ້ວຍ
ແພດພື້ນເມືອງຈີນຂອງອົງການອະນາໄມໂລກ ແລ້ວວາງລະບຽບການກ່ຽວກັບການປິ່ນປົວພະຍາດດ້ວຍການແພດແລະ
ຢາພື້ນເມືອງຈີນອອກມາເປັນກ້າວໆ. ພ້ອມກັນນັ້ນ ຫວັງວ່າເມື່ອໄດ້ເຜີຍແຜ່ປຶ້ມ ຄູ່ມືກ່ຽວກັບການກວດກາແລະປິ່ນປົວພະ
ຍາດເບົາຫວານ ດ້ວຍແພດແລະຢາພື້ນເມືອງຈີນ ໃນສາກົນ ນີ້ແລ້ວ ສາມາດໃຫ້ໄດ້ຮັບການນຳໃຊ້ຢ່າງກວ້າງຂວາງ
ໃນສາກົນ.

ທ່ານສາສະດາຈານ ກົງສ້ຽວຫຼິນ ຫົວໜ້ານັກຄົ້ນຄວ້າຂອງສະພາບັນດິດວິທະຍາສາດແພດພື້ນເມືອງ ຈີນກ່າວວ່າ,
ອັດຕາເປັນພະຍາດເບົາຫວານ ແລະອັດຕາເສຍຊີວິດແລະພິການຍ້ອນພະຍາດ ເບົາຫວານທີ່ສູງ ເຮັດໃຫ້ພະຍາດ
ນີ້ກາຍເປັນພະຍາດຮ້າຍແຮງທີ່ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງໃນທົ່ວໂລກ. ສຳລັບການປິ່ນປົວພະຍາດນີ້ດ້ວຍ
ການແພດແລະຢາພື້ນເມືອງຈີນແມ່ນມີທ່າແຮງຢ່າງຫຼວງຫລາຍ. ສະນັ້ນ ປຶ້ມ ຄູ່ມືກ່ຽວກັບການກວດກາແລະປິ່ນປົວ
ພະຍາດເບົາຫວານດ້ວຍແພດແລະຢາພື້ນເມືອງຈີນ ໃນສາກົນແມ່ນເປັນຜົນງານຂອງການຄົ້ນຄວ້າການປິ່ນປົວພະ
ຍາດເບົາຫວານດ້ວຍແພດພື້ນເມືອງຈີນໃນຮອບ 50 ປີມານີ້ ຫວັງວ່າຜ່ານຈາກປຶ້ມຄູ່ມືເຫຼັ້ມນີ້ສາມາດປະກອບສ່ວນ
\ໃຫ້ແກ່ການປິ່ນປົວພະຍາດຢູ່ພາຍໃນປະເທດແລະຕ່າງປະເທດ,ການວາງລະບຽບການກ່ຽວກັບການປິ່ນປົວພະຍາດ
ດ້ວຍແພດພື້ນ ເມືອງຈີນ ແລະການວາງມາດຖານຂອງການແພດແລະຢາພື້ນເມືອງຈີນໃນສາກົນ.
 
1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ