ຄະນະ​ການສະ​ແດງ​ສັນຈອນຂອງ​ຈີນ​ເຂົ້າສະ​ແດງ​ຢູ່ຄ້າຍ​ທະຫານ​ກຳປູ​ເຈຍ
2017-11-16 10:48:50  cri 

ຄະນະ​ການສະ​ແດງ​ສັນຈອນ "ດອກ​ມະ​ລິ​ທີ່​ສວຍ​ງາມ​ດອກ​ໜຶ່ງ" ທີ່​ຈັດຕັ້ງ​ໂດຍ​ມະຫາວິທະຍາ​ໄລ​ຢາງ​ໂຈ່​ວ ​ແລະ ສະ​ຖາ​ບັນ​ຂົງຈື້ ສະ​ຖາ​ບັນ​ຄົ້ນຄວ້າ​ລາຊະ​ນາວີ​ກຳປູ​ເຈຍ ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຫ້ອງການຊີ້​ນຳ​ນຳພາ​ການ​ເຜີຍ​ແຜ່​ພາສາ​ຈີນ​ສາກົນ​ແຫ່ງ​ຊາດຈີນ ​ໄດ້​ສະ​ແດງ​ຢູ່​ຄ້າຍ​ທະຫານ​ກຳປູ​ເຈຍ​​ແຕ່​ວັນ​ທີ 13-14 ພະຈິກ​ນີ້ ​ໂດຍ​ໄດ້​​ສະ​ແດງ​ສິລະ​ປະ-ວັນນະຄະດີ​ສອງ​ຄັ້ງຢູ່ກອງພົນນ້ອຍປ້ອງກັນເມືອງພະນົມເປັນ ແລະ ວິ​ທະ​ຍາ​ຄານ​ກອງທັບ​ບົກ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ​ແຈ້ງວ່າ, ກຳປູ​ເຈຍ​ແມ່ນ​ເປົ້າໝາຍ​ທຳ​ອິດ​ຂອງ​ການສະ​ແດງ​ສັນຈອນ​ເທື່ອ​ນີ້ ​ແລະຈາກ​ນັ້ນ, ກໍ​ຈະ​ໄປ​​ສະ​ແດງຢູ່​ລາວ ​ແລະ ມຽນມາ​ຕື່ມອີກ ​ເຊິ່ງລວມ​ແລ້ວຈະ​ສະ​ແດງ 7 ຄັ້ງຢູ່ 3 ປະ​ເທດດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ