ແຜ່ນດິນ​ໄຫວ​ອີຣານມີ​ຍອດຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 474 ຄົນ​ແລ້ວ
2017-11-16 10:51:28  cri 

ສື່​ມວນ​ຊົນ​ອີຣານລາຍ​ງານ​ໃນ​ວັນ​ທີ 15 ພະຈິກ​ນີ້​ວ່າ: ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ທີ່​ເກີດຂຶ້ນຢູ່​ເຂດ​ຊາຍ​ແດນ​ອີຣານ-ອີຣັກ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ພະຈິກ​ນີ້ ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ຢູ່​​ເຂດປະສົບ​ໄພ​ປະ​ເທດ​ຕົນ​ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 474 ຄົນ​ແລ້ວ ​ແລະ 9.388 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຂ່າວສານ​ຕັສນິມ ອີຣານ ​ຍັງ​ລາຍ​ງານ​ວ່າ: ຄຽງ​ຄູ່​ກັບ​ການ​ຂຸ້ນຂ້ຽວ​ກູ້​ໄພ​​ນັ້ນ ກໍຄາດ​ວ່າຍັງ​ຈະ​ພົບ​ຜູ້​ເສຍ​ຊີວິດ​ແລະບາດ​ເຈັບ​ເພີ່ມ​ຂຶ້ນອີກ. ຂະນະ​ທີ່ຫຼັງ​ເກີດ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ 12 ​ເປັນຕົ້ນມາ, ກໍ​ມີ​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາຫຼາຍກວ່າ 280 ​ເທື່ອ ​ເຊິ່ງລະດັບ​ແຮງ​ສັ່ນ​ສະ​ເທືອ​ນຢູ່​ລະຫວ່າງ 4,5 ຫາ 6,1 ຣິກ​ເຕີ.

ຢູ່​ເຂດ​ປະສົບ​ໄພ ດ້ວຍ​ໃນຕອນ​ຄ່ຳ​ອຸນຫະພູມ​ຈະ​ຕ່ຳລົງຫຼາຍ, ຜູ້​ປະສົບ​ໄພ​ນັບ​ພັນ​ໝື່ນ​ຄົນ​ຍັງ​ຈຳ​​ຕ້ອງພັກ​ຢູ່​ໃນ​ຕູບ​ຜ້າ​ທີ່​ຕັ້ງ​ຂຶ້ນຊົ່ວຄາວ ຫຼື ຄ້າງ​ຄືນຢູ່​ນອກ​ສະໜາມ. ນອກ​ນີ້, ບັນຫາ​ການ​ຂາດ​ນ້ຳ​ດື່ມ ​ແລະ ອາຫານ​ຢ່າງ​ໜັກໜ່ວງ, ​ເສັ້ນທາງ ​ແລະ ​ເຄືອ​ຂ່າຍ​ການ​ສື່ສານ​ກໍ​ຍັງ​ບໍ່​ສາມາດ​ຟື້ນ​ຟູ​​ໃຊ້ໄດ້, ຂະນະ​ທີ່ປັ​ດຈຸ​ບັນ ການຊ່ວຍ​ເຫຼືອ​ແລະ​ກູ້​ໄພ​ກໍ​​ເກີດ​ຄວາມຊັກ​ຊ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ