ໄທ​ເລີ່​ມ​ເປີດ "ປີ​ທ່ອງ​ທ່ຽວອັດສະຈັນ​ໄທ​ແລນ 2018"
2017-11-16 16:07:29  cri 

ຕອນ​ຄ່ຳ​ວັນ​ທີ 15 ພະຈິກ​ນີ້, ລັດຖະບານ​ໄທ​ໄດ້​ປະກາດ​ເລີ່​ມ​ເປີດ "ປີ​ທ່ອງ​ທ່ຽວ​​ອັດສະຈັນ​ໄທ​ແລນ 2018" ຢ່າງ​ເປັນ​ທາງ​ການ ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ໃນ​ປີ​ໃໝ່ ​ແລະ ມີ​ແຜນອຳນວຍ​ການ​ບໍລິການ​ທ່ອງ​ທ່ຽວສະ​ເພາະ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມີສ່ວນ​ຕໍ່​ຂະ​ແໜງ​ການທ່ອງທ່ຽວ​​ໄທຫຼາຍກວ່າ​ໝູ່​​ ​​ເຊັ່ນ ໃຫ້​ປະກັນ​ໄພ​ເປັນຕົ້ນ.

ທ່ານນາງ​ກອບ​ການ ວັດທະນະ​ວະຣາງກູນ ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ ​​ກ່າວ​ໃນ​ພິທີ​ເປີດ​ວ່າ: "ປີ​ທ່ອງ​ທ່ຽວອັດສະຈັນ​ໄທ​ແລນ 2018" ຈະ​ເລີ່​ມຕົ້ນ​ແຕ່​ເດືອນ​ພະຈິກ​ປີ​ນີ້​ຈົນ​ເຖິງ​ວັນ​ທີ 1 ມັງກອນ​ປີ 2019, ຂະນະ​ທີ່​ລັດຖະບານ​ປະ​ເທດ​ຕົນໝັ້ນ​ໃຈວ່າ: ​ການ​ຈັດ​ກິດຈະກຳ​ຕ່າງໆ ຈະ​​ສາມາດ​ຊຸກຍູ້ຮູບ​ແບບ​ການທ່ອງທ່ຽວ​ໄດ້ຫຼາຍຂຶ້ນ ​ເຊັ່ນ ການທ່ອງທ່ຽວ​ກິລາ, ອາຫານ, ​​ລາຍການເທິງ​ໜ້າ​ນ້ຳ, ລາຍການ​ແຕ່ງດອງ, ການ​ປິ່ນປົວສຸຂະພາບ ​ແລະ ພັກຜ່ອນ​ຢ່ອນ​ອາລົມ​ມີ​ການພັດທະນາ, ສ້າ​ງລາຍ​ຮັບ​ໃຫ້​ປະຊາຊົນ​ເພີ່ມ​ຂຶ້ນ ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ກະຊວງ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ ​ເປີດ​ເຜີຍ​ວ່າ ​ນັບແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກັນຍາ​ປີ​ນີ້, ມີ​ນັກ​ທ່ອງ​ທ່ຽວ​ຈີນ 7.393.900 ​ເທື່ອ​ຄົນ​​ເຂົ້າມາທ່ຽວ ​ເພີ່ມ​ຂຶ້ນກວ່າ 1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ແລະ​ກວມ​ອັດຕາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຖິງ 28,33%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ