FAO ເນັ້ນ​​ຄວນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ
2017-11-16 10:41:47  cri 
ຫວ່າງມໍ່ໆ​ມາ​ນີ້, ອົງການ​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດຫຼື FAO ໄດ້​ອອກ​ມາ​ເຕືອນ​ວ່າ: ປະ​ລິ​ມານການ​ລະ​ບາຍ​ກາກບອນ​ດີ​ອອ​ກ​ຊິດ​ຂອງ​ຂະ​ແໜງ​ການ​ກະ​ສິ​​ກຳ​ໃນ​ອະ​ນາ​ຄົດ​ຈະ​ເພີ່ມ​ຂຶ້ນ ເຊິ່ງ​ຈະ​ສົ່ງ​ຜົນ​​ເຮັດ​ໃຫ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຮ້າຍແຮງ​ຂຶ້ນ​ຕື່ມ​ອີກ,​ແຕ່ຖ້າການ​ຜະ​ລິດ,ຂົນ​ສົ່ງ,ປຸງ​ແຕ່ງ​ແລະ​ບໍ​ລິ​ໂພກ​ອາ​ຫານ​ດ້ວຍ​ວິ​ທີ​ແບບ​ຍືນ​ຍົງ​ແລະ​ດິນ​ຟ້າ​ອາ​ກາດ​ແບບ​ສະ​ມາດ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ກໍ​ຈະ​ທຸ​ເລົາ​ບັນ​ຫາ​ດັ່ງ​ກ່າວ​ນີ້​ໄດ້.

ແຈ້ງ​ການ​ເຕືອນດັ່ງ​ກ່າວ​ໄດ້​ອ້າງ​ຕາມ​ຄຳ​ເວົ້າຂອງ​ທ່ານ ໂຈ​ສ໌ ກ​ຣາ​ເຈຍ​ໂນ ດາ ຊິວ​ວາ ຜູ້​ອຳ​ນວ​ຍ​ການ​ໃຫຍ່​ອົງ​ການ​ດັ່ງ​ກ່າວ​ທີ່​ກ່າວ​ໃນ​ຂະ​ນະເຂົ້າ​ຮ່ວມກອງ​ປະ​ຊຸມພາ​​ຄີ​ກ່ຽວ​ກັບສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 23 ຢູ່​ເມືອງບອນປະ​ເທດ​ເຢຍ​ລະ​ມັ​ນ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເຮັດ​ໃຫ້​ຫຼາຍ​ຮ້ອຍ​ລ້ານ​ຄົນ​ຕົກ​ຢູ່​ໃນ​ສະ​ພາບລຳ​ບາກ​ຢ່າງ​ຮ້າຍ​ແຮງ​ເນື່ອງ​ຈາກ​ປະ​ສົບ​ບັນ​ຫາ:ຄວາມບໍ່​ປອດ​ໄ​ພ​ຂອງ​​ອາ​ຫານ,ຂາດ​ທາດ​ບຳ​ລຸງ​ແລະ​ຄວາມ​ທຸກ​ຍາກ, "ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ຜະ​ເຊີນ​ກັບ​ຄວາມ​ຈິງ​ທີ່​ທາ​ລຸນ​ແບບ​ນີ້: ພວກ​ເຮົາ​ຍັງ​ເຮັດ​ວຽກ​ການ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ທີ່​ໃຫຍ່​ຫຼວງ​ແບບ​ນີ້​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ".

​ກ່ອນ​ໜ້າ​ນີ້​ບໍ່​ດົນ,ອົງ​ການ FAO ກໍ​ໄດ້​ເປີດ​ເຜີຍວ່າ: 10 ປີ​ຜ່ານ​ມາ, ຄົນ​ທີ່​ຂາດ​ທາດ​ບຳ​ລຸງໄດ້​ເພີ່ມ​ຂຶ້ນ​ເປັນຄັ້ງ​ທຳ​ອິດ ໂດຍແຕ່​ລະ​ມື້​ມີ 815 ລ້ານ​ຄົນ​ຢູ່​ໃນ​ສະ​ພາບຄວາ​ມ​ອຶດ​ຫິວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ