ລາຍ​ຮັບ​ສະ​ເລ່ຍ​ຂອງ​ຄອບ​ຄົວ​ຊາວ​ມາ​ເລ​ເຊຍ​ເພີ່ມ​ຂຶ້ນ 6,2%
2017-11-16 16:14:39  cri 
ໜັງ​ສື​ພິມ Oriental Daily News ຂອງ​ມາ​ເລ​ເຊຍ​ລາຍ​ງານ​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງທ່ານ​ອິ​ສ​ໄມ ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ຊັບ​ພະ​ຍາ​ກອນມະ​ນຸດມາ​ເລ​ເຊຍ​ທີ່ກ່າວ​ໃນ​ວັນ​ທີ 15 ພະ​ຈິກ​ນີ້​ວ່າ, ລາຍ​ຮັບ​ສະ​ເລ່ຍ​ຂອງ​ຄອບ​ຄົວ​​ງ​ຊາວ​ມາ​ເລ​ເຊຍ​ໄດ້​ເພີ່ມ​ຂຶ້ນ 6,2% ໃນ​ສອງ​ປີ​ຜ່ານ​ມາ, ແລະມາ​ເລ​ເຊຍ​ກໍ​ບໍ່​ປະ​ສົບບັນ​ຫາ​​ຈາກ​ການ​ບໍ່​ເພີ່ມ​ເງິນ​ເດືອນຂຶ້ນ.

ທ່​ານ​ອິ​ສ​ໄມ ກ່າວ​ວ່າ, ລາຍ​ຮັບ​ສະ​ເລ່ຍ​ຂອງຄອບ​ຄົວ​​ໃນ​ປະ​ເທດ​ຕົນ​​ຢູ່​ໃນ​ລະ​ດັບ 6958 ລິ​ງ​ກິດ​ໃນ​ປີ 2016, ​ເຊິ່ງ​ເພີ່ມ​ຂຶ້ນ​ເມື່ອທຽບ​ໃສ່​ລາຍ​ຮັບ​ໃນ​ປີ 2014 ທີ່​ມີ​ພຽງ​ແຕ່ 6141 ລິງ​ກິດ. ແນວ​ໃດ​ກໍ​ດີເຖິງວ່າ​ລາຍ​ຮັບ​ສະ​ເລ່ຍ​ຂອງຄອບ​ຄົວ​ໃນ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ກໍ​ຕາມ, ແຕ່​ລັດ​ຖະ​ບານ​ຍັງ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ແຜນ​​ຕ່າງໆ, ​ເພື່ອ​ເພີ່ມ​ລາຍ​ຮັບ​ແ​ລະ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ປະ​ຊາ​ຊົນ, ລວມ​ທັງ​ແຜນ​ການ​ຍົກ​ລະ​ດັບ​ນັກ​ທຸ​ລະ​ກິດ​ຊາວ​ໜຸ່ມ​ແລະ​ແລະ​ການຍົກ​ລະ​ດັບ​ເຕັກ​ນິກວິ​ຊາ​ຊີບ​ແລະ​ອື່ນໆ. ທ່ານ​ອິ​ສ​ໄມ​ ກ່າວ​ຕື່ມ​ວ່າ, ລັດ​ຖະ​ບານ​ຍັງ​ຈະ​ສຸມ​ກຳ​ລັງ​ເພື່ອ​ຫຼຸດ​ຄ່າ​ຄອງ​ຊີບ​ເປັນ​ຕົ້ນ​ການ​ຄວບ​ຄຸມ​ລາ​ຄາ​ສິນ​ຄ້າ, ໃຫ້​ເງິນ​ອຸດ​ໜູນ​​ປະ​ຊາ​ຊົນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ