ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ
2017-11-16 16:38:35  cri 
ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 21 ຂອງ​ປະ​ເທດ​ລົງ​ນາມ "ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແລະ​ທຳ​ມະ​ຊາດ​ໂລກ" ທີ່​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຫຼື ​ອຸຍ​ເນັ​ສ​ໂກເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ​ປະ​ເທດ​ຝ​ຣັ່ງ​ໃນ​ວັນ​ທີ 14 ພະ​ຈິກ​ນີ້, ​ແລະ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ດ້ວຍ​ການເຫັນ​ດີ 128 ​ສຽງ, ​ເຊິ່ງ​ຈາກ​ນີ້​ຈະ​ເຮັດ​ໃຫ້​ຈີນ​ດຳ​ລົງ​ຕຳ​ແໜ່ງດັ່ງ​ກ່າວ​ເປັນ​ເວ​ລາ 4 ປີ.

ຂະ​ນະ​ດຽວ​ກັນ​​ກໍ​ມີ 11 ປະ​ເທດ​ເຊັ່ນ​ອົ​ສ​ຕຣາລີ, ບາເຣນ, ບອສນີ​​ເຮີ​ເຊ​ໂກ​ວິນາ, ເບ​ຣ​ຊິນ​ແລະ​ອື່ນໆ​ຢູ່​ໃນ​ຄະ​ນະ​ດັ່ງ​ກ່າວ​ແລະ​ໃນປັ​ດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ມີ 21 ປະ​ເທດເປັນ​ກຳ​ມະ​ການ.

ປັດ​ຈຸ​ບັນ, ຈີນ​ມີ​ມໍ​ລະ​ດົກ​ໂລກ 52 ແຫ່ງ, ​ຕິດອັນ​ດັບ​​ສອງຂອງ​ໂລກ, ​ຖັດ​ຈາກ​ອີ​ຕາ​ລີ​ທີ່​ມີ​ມໍ​ລະ​ດົກ​ໂລກ 53 ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ