ຄາວ​ປີ​ນີ້, ປະຊາຊົນ​ຈີນຈະ​ໄປ​ທ່ຽວ​ຟິລິປິ​ນ​ເຖິງ 1 ລ້ານ​ຄົນ
2017-11-16 11:10:55  cri 
​ຟິລິປິ​ນ​ເປັນ​ປະ​ເທດ​ທີ່​ມີ​ເກາະ ​ແລະ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ ​​ແລະ​ກໍ​ໄດ້ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ສຳຄັນ​ແຫ່ງ​ໜຶ່ງ​ຂອງ​ປະຊາຊົນ​ຈີນ ​ແລະ​ຈາກ​ນີ້​ຈຶ່ງ​ຄາວ​ວ່າ​ປີ 2017, ​ນັກ​ທ່ອງ​ທ່ຽວ​ຈີນຈະ​ໄປ​ທ່ຽວ​ຟິລິປິ​ນ​ເພີ່​ມຂຶ້ນ ເຊິ່ງອາດ​ຈະ​ບັນລຸ 1 ລ້ານ​​ເທື່ອ​ຄົນ ​​ໂດຍ​ຈະ​ລື່ນ​ອາ​ເມ​ລິ​ກາ ​ແລະກາຍ​ເປັນ​ປະ​ເທດ​ແຫຼ່ງນັກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ອັນ​ດັບສອງ​ຂອງ​ປະ​ເທດ​ດັ່ງກ່າວ.

ນັບ​ແຕ່​ໄຕ​ມາດ​ທີ​ສີ່​ປີ 2016 ​ເປັນ​ຕົ້ນ​ມາ, ຈາກ​ການ​ພັດທະນາ​ສາຍ​ພົວພັນ​ຈີນ-​​ຟິລິປິ​ນທີ່​ດີ ​ແລະ​ໝັ້ນຄົງ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ຈີນ​​ໄດ້​ໄປ​ທ່ຽວ​ຟິລິປິ​ນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາອັນ​ນຳ​ມາສູ່​ການເພີ່ມ​ຖ້ຽວບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ. ມາ​ຮອດ​ປັດຈຸບັນ​, ມີ 16 ​ເມືອງຂອງ​ຈີນໄດ້​ເປີດ​ເສັ້ນທາງ​ການ​ບິ​ນ​ໂດຍ​ກົງ​ໄປ​ຟິລິປິ​ນ ຄື ນະຄອນ​ຊຽງ​ໄຮ, ນະຄອນຫຼວງ​ປັກ​ກິ່ງ, ​​ເມືອງ​ກວາງ​ໂຈ່​ວ ​ແລະ​ອື່ນໆ.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ຟິລິປິ​ນ​ເປີດ​ເຜີຍວ່າ: 8 ​ເດືອນຂອງ​ປີ​ນີ້, ມີ​ນັກ​ທ່ອງ​ທ່ຽວ​ຈີນກວ່າ 6 ​ແສນຄົນ​ ​ເຊິ່ງ​ກວມ​ເອົາ 14,4% ຂ​ອງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທັງ​ໝົດ ​ແລະຈີນ​ກາຍ​ເປັນ​ປະ​ເທດ​ແຫຼ່ງນັກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ອັນ​ດັບ​ສາມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ