ຈີນ​ຈະ​ຍິງຈະຫຼວດ "ສາງ​ເ​ຈິ່ງ" 8 ​​ໃນ​ປີ 2020
2017-11-17 10:47:59  cri 

​​ສະ​ຖາ​ບັນຄົ້ນຄວ້າ​ເຕັກນິກ​ຈະຫຼວດສົ່ງ​ຍານ ກຸ່ມ​ວິທະຍາສາດ​ເຕັກນິກ​ການບິນ​ອະວະກາດ​ຈີນ ​ໃຫ້​ຮູ້​ໃນ​ວັນ​ທີ 16 ພະຈິກ​ນີ້​ວ່າ: "​ແຜນ​ພັດທະນາ​ລະບົບ​ຂົນ​ສົ່ງ​ການບິນ​ອະວະກາດ​ແຕ່​ປີ 2017-2045" ​ນັ້ນ ຈະ​ເນັ້ນ​ພັດທະນາ​​ແລະ​ກໍ່ສ້າງຄວາມ​ສາມາດຂອງ​ຈະຫຼວດສົ່ງ​ຍານ​ "ສາງ​ເຈິ່ງ" ຮຸ່ນ​ຕ່າງໆ​ໃນ​ອະນາຄົດ​ຢ່າງ​ເປັນ​ລະບົບ ​ ​​ໂດຍຄາດ​ວ່າ​ຈະຫຼວດ "ສາງ​ເຈິ່ງ" 8 ຈະທະຍານ​ຂຶ້ນ​ເປັນຄັ້ງທຳ​ອິດ​ໃນ​ປີ 2020 ແລະຈະບັນລຸ​ເປົ້າ​ໝາຍ​​ເຮັດ​ໃຫ້​ຈະຫຼວດສົ່ງ​ຍານ​ສາມາດ​ນຳ​ໃຊ້​ໄດ້ຫຼາຍ​ເທື່ອ​ຢ່າງ​ສົມບູນ​​ລະຫວ່າງປີ 2035.

ນອກ​ນີ້, ​ແຜນ​ດັ່ງກ່າວ​ຍັງ​ລະບຸ​ວ່າ: ​ເມື່ອ​ຮອດ​ປີ 2020, ຈະຫຼວດສົ່ງ​ຍານ​​ຮຸ່ນ​ສຳຄັນຕ່າງໆຈະ​ບັນລຸ​ລະດັບ​ຍອດ​ຢ້ຽມ​ຂອງ​ໂລກ ຂະນະ​ດຽວ​ກັນ, ຈະສະໜອງການ​ບໍລິການ​ ການ​ຍິງ​ສົ່ງ​ທຸລະ​ກິດຫຼາຍຮູບ​ແບບ​ໂດຍ​ອວ່າຍໜ້າ​ສູ່​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ