ສະຫະພັນ​ໂທລະ​ຄົມ​​ໂລກ​ຮຽກຮ້ອງ​ໃຫ້​ລົບ​ລ້າງ "ຄວາມ​ແຕກ​​ໂຕນ​ທາງ​ດີ​ຈີ​ຕອນ" ​ໃນທົ່ວ​ໂລກ​ໂດຍ​ໄວ
2017-11-17 10:50:04  cri 

ສະຫະ​ພັນ​ໂທລະ​ຄົມ​​ໂລກ ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານຫຼ້າສຸດ ​ໂດຍ​ລະບຸ​ວ່າ: ​ເຕັກນິກການ​ສື່ສານ​ຂໍ້​ມູນ​ຂ່າວສານ ​ແລະ ​ເສດຖະກິດ​ດີ​ຈີ​ຕອນ ອາດ​ຈະ​​ເຮັດ​ໃຫ້ຊີວິດການ​ເປັນ​ຢູ່​ຂອງ​ປະຊາ​ກອນ​ໂລກ​ຫຼາຍຕື້​ຄົນ​ເກີດ​ການ​ປ່ຽນ​ແປງ, ​ແຕ່​ມີເງື່ອນ​ໄຂ​ເບື້ອງ​ຕົ້ນ ກໍ​ຄື​ທຸກຄົນ​ຕ້ອງ​ມີ​ໂອກາດ​ນຳ​ໃຊ້​ເຕັກນິກ​ແລະ​ຊັບພະຍາກອນ​ເຫຼົ່ານີ້ ສະນັ້ນຈຶ່ງ​ຄວນລົບ​ລ້າງ "ຄວາມ​ແຕກ​​ໂຕນ​ທາງ​ດີ​ຈີ​ຕອນ" ທີ່​ນັບມື້​ຂະຫຍາຍ​ເປັນ​ວົງ​ກວ້າງ​​ໃນທົ່ວ​ໂລກ​ໂດຍ​ໄວ.

ທັງ​ນີ້ ສະຫ​ະພັນ​ໂທລະ​ຄົມ​ໂລກ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານການກວດ​ສອບ​ແລະ​ປະ​ເມີນ​ສັງຄົມ​ຂໍ້​ມູນ​ຂ່າວສານ" ​ໃນ​ວັນ​ທີ 15 ພະຈິກ​ນີ້ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ການ​ພັດທະນາ​ຄວ​ບຄູ່​ກັນ​ດ້ານ IOT, ການ​ວິ​​ໄຈຖານ​ຂໍ້​ມູນ​ໃຫຍ່ (Big data), ການຄຳນວນ​ແບບ​ຄຼາວ (cloud computing) ​ແລະ ສະຕິ​ປັນຍາ​ທຽມ (AI) ຈະ​ຊຸກຍູ້​ການ​ປະດິດ​ສ້າງຂະໜາດ​ໃຫຍ່ ​​ເຊິ່ງ​ເປັນຜົນ​ດີ​ຕໍ່ການ​ບັນລຸ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງອົງການ​ສະຫະ​ປະຊາ​ຊາດ ທັງ​ຈະ​ປ່ຽນ​ແປງ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ຂອງ​ການ​ດຳ​ເນີນທຸລະ​ກິດ, ລັດຖະບານ ​ກໍ​ຄື​ທົ່ວ​ສັງຄົມ ​ທັງ​ສາມາດປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ​ໃນ​ທີ່​ສຸດ.

​ໃນຫຼາຍປີຜ່ານມາ, ​ເຖິງ​ວ່າ​ບາງປະ​ເທດ​ດ້ອຍ​ພັດທະນາ​​ໄດ້​ມີ​ຄວາມ​ຄືບ​ໜ້າ​ບໍ່​ໜ້ອຍ​ໃນ​ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ການ​ສື່ສານກໍ​ຕາມ, ​ແຕ່​ໃນ​ຕົວ​ເລກ​ດັດຊະນີ​ທີ່​ສຳຄັນ ​​ເຊັ່ນ ຜູ້ນຳ​ໃຊ້​ອິນ​ເຕີ​ເນັດ ຍັງຫຼ້າຫຼັງຫຼາຍ ຈຶ່ງ​ກະທົບ​ເຖິງ​ຖານະ​ເສດຖະກິດ​ດີ​ຈີ​ຕອນຂອງ​ປະ​ເທດ​ເຫຼົ່ານີ້​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ