ຈີນ​ພວມ​ນຳ​ໜ້າ​ພັດທະນາ​ການ​ເງິນ​ສີຂຽວ​ໃນ​ໂລກ
2017-11-17 10:58:13  cri 

ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ສິ່ງ​ແວດ​ລ້ອມ ຫຼື UNEP ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານຫຼ້າສຸດ​ໃນ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເມືອງບອນ ​ໂດຍ​ຊີ້​ວ່າ: ການ​ພັດທະນາ​ການ​ເງິນ​ສີ​ຂຽວ​ສາມາດ​ຊ່ວຍ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ-ສັງຄົມ​ຂອງ​ຈີນ ​ແລະ​ມີ​ຄວາມ​ສຳຄັນຢ່າງ​ຍິ່ງ​ຕໍ່​ການ​ບັນລຸ​ເປົ້າໝາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ດ້ານ​ການ​ພັດທະນາ​ແບບ​ສີຂຽວ​ແລະການ​ມີ​ຄວາມ​ສີວິ​ໄລ​ທາງ​ລະບົບ​ນິ​ເວດ​ຂອງ​ຈີນ ​ເຊິ່ງ​ເປັນ​ການ​ຢືນຢັນ​ໃຫ້​ເຫັນວ່າ: ຈີນ​ພວມນຳ​ໜ້າ​ພັດທະນາ​ການ​ເງິນ​ສີຂຽວ​ໃນ​ໂລກ.

ບົ​ດລາຍ​ງານ​ດັ່ງກ່າວ​ມີ​ຫົວ​ຂໍ້​ "ສ້າງ​ລະບົບ​ການ​ເງິນ​ສີ​ຂຽວ​ຂອງ​ຈີນ: ລາຍ​ງານ​ຄວາມ​ຄືບ​ໜ້າ 2017" ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 16 ພະຈິກ​ນີ້ ​ໄດ້​ຊີ້​​ໃຫ້​ເຫັນວ່າ: ປັດຈຸບັນ, ຈີນມີ​ຄວາມ​ຄືບ​ໜ້າ​ໃນ​ດ້ານ​ຕ່າງໆ​ຢ່າງ​ເປັນ​ຮູບ​ປະ​ທຳ ​ແລະ​ກາຍ​ເປັນ​ພະລັງ​ຊຸກ​ດັນ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ຕະຫຼາດພັນທະບັດ​ສີຂຽວ​ຂອງ​ໂລກ. ​ໃນ​ນີ້, ​​ແຂວງ​ແລະ​ກຳ​ແພງ​ນະຄອນ​ຕ່າງໆ ​​ໄດ້​ສ້າງ​ກອງ​ທຶນ​ພັດທະນາ​ແບບ​ສີຂຽວລະດັບ​ພາກ​ພື້ນ; ​ໃນ​ທົ່ວ​ປະ​ເທດ​ໄດ້​ສ້າງ 5 ​ເຂດ​ທົດ​ລອງ​ການ​ເງິນ​ສີຂຽວ, ຂະນະ​ທີ່​ເຂດ​ທົດ​ລອງ​ດັ່ງກ່າວ​ຕ່າງ​ກໍ​ຖື​ສຳຄັນ​ການ​ເງິນ​ສີຂຽວ​ໃນ​ດ້ານ​ທີ່​ຕ່າງ​ກັນ ​ເພື່ອ​ຄົ້ນຄວ້າ​ຮູບ​ແບບ​ການ​ພັດທະນາ​ລະບົບ​ການ​ເງິນ​ສີຂຽວ; ລັດຖະບານ ​ແລະ ວົງ​ການວິ​ສາ​ຫະກິດກໍ​ເລີ່​ມ​ໃຫ້​ຄວາມ​ສຳຄັນສູງ​ຕໍ່​ບັນຫາ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂະນະ​ລົງທຶນ​ຕໍ່​ຕ່າງປະ​ເທດ ​​ເພື່ອ​ສ້າງ​ຕ່ອງ​ໂສ້​ອຸດສາຫະກຳ​ສີຂຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ