ຈີນ​ຫວັງ​ໃຫ້​ອາ​ຊີ-ເອີ​ຣົບສົ່ງ​ສັນ​ຍານຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ຕັ້ງ​ໜ້າ​
2017-11-17 11:24:51  cri 
ຕາມ​ຂ່າວCRI: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 13 ​ທີ່ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ​ແຕ່​ວັນ​ທີ 20 ຫາວັນ​ທີ 21 ພະ​ຈິກ​ນີ້, ທ່ານ ເກີ່ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານນາງ ອອງ​ຊານ ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ, ທ່ານ ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງ​ຢີ້ ຈະ​ບັນ​ລະ​ຍາຍ​ຄວາມ​ເຫັນ​ແລະ​ຈຸດ​ຢືນ​ຂອງ​ຈີນກ່ຽວ​ກັບ​ບັນ​ຫາ​ຈຸດ​ສຸມ​ຕ່າງໆ​ເຊັ່ນ:​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ພາກ​ພື້ນ,ການ​ຮ່ວມ​ມືເພື່ອ​ການ​ເຊື່ອ​ມ​ຈອດ​ກັນ​ຂອງອາ​ຊີ-ເອີ​ຣົບ​ແລະ​ບັນ​ຫາ​ອື່ນໆ,ພ້ອມ​ທັງ​ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ,ຊຸກ​ຍູ້ແລະ​ຍຶດ​ໝັ້ນ​ການ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ອາ​ຊີ-ເອີ​ຣົບ​ລະ​ຫວ່າງ​ບັນ​ດາ​ຝ່າຍ,ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ,ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ຂອງອາ​ຊີ-ເອີ​ຣົບ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ເກີງ​ສວງ ໃຫ້​ຮູ້​ວ່າ: ຫົວ​ຂໍ້​ຕົ້ນ​ຕໍ​ຂອງກອ​ງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ "ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື,ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ", ແລະຈີນ​ຫວັງ​ວ່າ​ບັນ​ດາ​ຝ່າຍ​ໃນ​ອາ​ຊີ-ເອີ​ຣົບ​ຈະ​ຖື​ເອົາ​ກອງ​ປະ​ຊຸ​ມ​ຄັ້ງ​ນີ້​ເປັນ​ກາ​ລະ​ໂອ​ກາດ,ສົ່ງ​ສັນ​ຍານ​​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​,ເພີ່ມ​ພະ​ລັງ​ແຮງ​ໃໝ່​ເພື່ອ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ແບບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ