ບຸກ​ຄົນທີ່​ຖື​ມິດ​ຕະ​ພາບ​ທັງ​ຈີນ​ແລະ​ຟີ​ລິບ​ປິນ​ຊົມ​ເຊີຍ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່
2017-11-17 11:25:43  cri 
​ໃນ​ໂອ​ກາດ​ທີ່ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນໄດ້​ຢ້ຽມ​ຢາມ​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 15 ຫາ​ວັນ​ທີ 16 ພະ​ຈິກ​ນີ້. ແລະ​ກໍ​ແມ່ນ​ໜຶ່ງ​ໃນ​ຜູ້​ນຳ​ຈີນ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ເປັນຄັ້ງ​ທຳ​ອິດ​ຫຼັງ 10 ປີ, ບຸກ​ຄົນທີ່​ຖື​ມິດ​ຕະ​ພາບ​ທັງ​ຈີນ​ແລະ​ຟີ​ລິບ​ປິນ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ ໂດຍ​ການ​ສະ​ແດງ​ຄວາມດີ​ອົກ​ດີ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່.

ທ່ານ ຄາ​ລອ​ສ໌ ຈັນ ທູດ​ພິ​ເສດ​ດ້ານ​ວຽກ​ງານ​ຈີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ການ​ພົວ​ພັນ​ທີ່ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຟີ​ລິບ​ປິນ-ຈີນທີ່​ມີ​ມາ​ແຕ່​ດົນ​ນານ ໄດ້​ມີ​ພື້ນ​ຖານມາ​ຈາກ​ປະ​ຊາ​ຊົນ,ປະ​ທາ​ນາ​ທິ​ບໍ​ດີ ໂຣດ​ຣີ​ໂກ ດູ​ເຕີ​ເຕ ມີ​ຄວາມ​ໃກ້​ຊິດ​ແລະ​ໄມ​ຈີ​ຈິດ​ມິດ​ຕະ​ພາບ​ຕໍ່​ຈີນ. ຈີນ​ມຸ່ງ​ໜ້າ​ສູ່ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ,ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຊ່ວຍ​ຟີ​ລິບ​ປິນ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດຢ່າງ​ຫຼວງ​ຫຼາຍ​ຕໍ່​ການ​ພັດ​ທະ​ນາ​ສາຍພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

​ໃນ​ໂອ​ກາດ​ທີ່ປະ​ທານ​ສະ​ຫະ​ພັນ​ວົງ​ການ​ຕ່າງໆ​ຊາວ​ຈີນ​ຢູ່​ຟີ​ລິບ​ປິນ​​ນຳ​ພາ​ຄະ​ນະ​ຜູ້​ແທນຢ້ຽມ​ຢາມ​ຈີນເມື່ອ​ມໍ່ໆ​ນີ້​ກໍ​ໄດ້​ກ່າວ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ວ່າ​:ຈາກຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຜູ້​ນຳ​ແລະ​ປະ​ຊາ​ຊົນ​​ສອງ​ປະ​ເທດ,ການ​ພົວ​ພັນ​ລະ​ຫວ່າງສອງ​ປະ​ເທດ​ຍ່ອມ​ຈະ​ດີ​ຂຶ້ນກວ່າ​ເກົ່າ,ຊາວ​ຈີນ​ຢູ່​ຟີ​ລິບ​ປິນ​ກໍ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ການ​ເປັນ​ສາຍ​ພານແລະ​ຂົວ​ຕໍ່​ຕໍ່​ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ