ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຜະ​ລິດ​ໄຟ​ຟ້າ​ຈາກ​ຂີ້​ເຫຍື້ອ
2017-11-17 16:46:43  cri 



ແຕ່​ລະ​ມື້ ຢູ່​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຜະ​ລິດ​ຂີ້​ເຫຍື້ອ 8.766 ໂຕນ ໃນ​ນີ້​ເປັນ​ຂີ້​ເຫຍື້ອ​ໃນ​ຄອບ​ຄົວ 7.266 ໂຕນ, ຮ້ານ​ອາ​ຫານ 1.200 ໂຕນ ແລະ​ຕົ້ນ​ໝາກ​ໄມ້ 300 ໂຕນ, ຂະ​ນະ​ທີ່​ການ​ແກ້​ໄຂ​ບັນ​ຫາ​ນີ້​ຢູ່​ເຂດ​ຕົວ​ເມືອງ​ໃຊ້ 3 ວິ​ທີ​ຄື: ຈູດ, ຖົມ​ແລະ​ນຳ​ມາ​ຜະ​ລິດ​ເປັນ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ມູນ​ສັດ​ແລະ​ພືດ. ຜູ້​ຮັບ​ຜິດ​ຊອບ​ພະ​ແນກ​ກຳ​ຈັດ​ຂີ້​ເຫຍື້ອ​ຂອງ​ຫ້ອງ​ການ​ອະ​ນາ​ໄມ​ຕົວ​ເມືອງບອກ​ນັກ​ຂ່າວ​ວ່າ: ຫຼັງ​ຈາກ​ສົ່ງ​ຂີ້​ເຫຍື້ອ​ເຫຼົ່າ​ນີ້​ເຂົ້າ​ໂຮງ​ງານ​ດ້ວຍ​ລົດ​ເກັບ​ຂີ້​ເຫຍື້ອ​ແລະ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ການ​ນຳ​ກັບ​ມາ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ​ຕ່າງໆ​ຄື​ການ​ກັ່ນ,ໝັກ​ເຊື້ອ,ການ​ທຳ​ຄວາມ​ສະ​ອາດ​ແລະ​ຂັ້ນ​ຕອນ​ອື່ນໆ​ແລ້ວ,ຈຶ່ງ​ສາ​ມາດ​ຜະ​ລິດ​ເປັນ​ໄຟ​ຟ້າ​ແລະ​ຫຼຸດ​ມົນ​ລະ​ພິດ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ