ສານ​ສູງ​ສຸດ​ກຳ​ປູ​ເຈຍ​ຕັດ​ສິນ​ຍຸບ​ພັກ​ກູ້​ຊາດ
2017-11-17 16:09:57  cri 
​ວັນ​ທີ 16 ພະ​ຈິກ​ນີ້, ສານ​ສູງ​ສຸດ​ກຳ​ປູ​ເຈຍ​ໄດ້ຕັດ​ສິນ​​ຍຸບ​ພັກ​ກູ້​ຊາດ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ແລະ​ຕັດ​ສິດ​ທາງ​ການ​ເມືອງ​ສະ​ມາ​ຊິກ​ພັກ 118 ຄົນ​ຂອງ​ພັກ​ດັ່ງ​ກ່າວ​ເປັນ​ເວ​ລາ 5 ປີ.

ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ​ກ່າວ​ວ່າ, ພັກ​ດັ່​ງ​ກ່າວ​ໄດ້ສົ​ມ​ຮູ້​ຄວາມ​ຄິດ​ກັບ​ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດ, ​ດ້ວຍ​ການມີ​ເຈດ​ຈຳ​ນົງ​ໂຄ່ນ​ລົ້ມລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ໂດຍ​ຜ່ານ "ປະ​ຕິ​ວັດ​ທີ່​ມີ​ສີ". ລັດ​ຖະ​ບານ​ປະ​ເທດ​ຕົນ​ຈຶ່ງ​ກ່າວ​ຟ້ອງ​ຕໍ່​ສານ​ສູງ​ສຸດ​ໃນ​ວັນ​ທີ 6 ຕຸ​ລາ​ຜ່ານ​ມາ, ໂດຍຮຽກ​ຮ້ອງ​ໃຫ້​ຍຸບ​ພັກ​ກູ້​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ