ເກີດ​ເຫດ​ລະ​ເບີດ​ລົດ​ຍົນ​ຢູ່​ພາກ​ຕາ​ເວັນ​ອອກ​ຊີ​ຣີ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດ 35 ຄົນ
2017-11-18 15:26:57  cri 
ສື່ມວນ​ຊົນ​ຊີ​ຣີ​ລາຍ​ງານ​ວ່າ: ວັນ​ທີ 17 ພະ​ຈິກ​ນີ້, ກຸ່ມ​ຫົວ​ຮຸນ​ແຮງISໄດ້​ກໍ່​ເຫດ​ລະ​ເບີດ​ລົດ​ຍົນ​ແບບ​ສະ​ຫຼະ​ຊີ​ວິດ​ຢູ່​ປ້ອມກວດ​ກາ​ແຫ່ງ​ໜຶ່ງ​ໃນ​ແຂວງເດວ ​ອັນ ໂຈວ ທາງ​ພາກ​ຕາ​ເວັນ​ອອກ​ຊີ​ຣີ ເຊິ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດ 35 ຄົນ.

ວິ​ທ​ະ​ຍຸ Sham ​FM ຂອງ​ຊີ​ຣີ​ລາຍ​ງານ​ວ່າ: ປ້ອມກວດ​ກາ​ທີ່​ຖືກ​ໂຈມ​ຕີ​ຕັ້ງ​ຢູ່​ລະ​ຫວ່າງ​ບໍ່​ນ້ຳ​ມັນ​ຈາ​ຟ​ຣາ​ກັບ​ບໍ່​ນ້ຳ​ມັນ​ໂຄ​ນີ​ໂຄຂອງ​ແຂວງ​ເດວ​ ອັນ ໂຈວ ເຊິ່ງ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງກອງ​ທະ​ຫານ​ປະ​ຊາ​ທິ​ປະ​ໄຕ​ຊີ​ຣີ​ທີ່​ນຳ​ໂດຍ​ກຸ່ມ​ປະ​ກອບ​ອາ​ວຸດ​ເຄີດ.

ອົງ​ການ​ຕິດ​ຕາມ​ສະ​ພາບ​ສິ​ດ​ທິ​ມະ​ນຸດ​ຊີ​ຣີ ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນຫຼວງ​ລອນດອນ​ປະ​ເທດ​ອັງ​ກິດ​ຖະ​ແຫຼງວ່າ: ເຫດ​ການ​ລະ​ເບີດ​ລົດ​ຍົນ​ແບບ​ສະຫຼະ​ຊີ​ວິດ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ປະ​ມານ 50 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ