ກອງ​ປະຊຸມ​ນັກທຸລະກິດ​ປະຈຳ​ປີ​ອາ​ເມ​ລິ​ກາ​ສົນ​ໃຈ​ການ​ພັດທະນາ​ຂອງ​ຈີນ
2017-11-19 16:05:23  cri 

ກອງ​ປະຊຸມ​ເວທີ​ປຶ​ກສາ​ຫາລື​ການ​ເຕີບ​ໂຕ​ລະດັບ​ສູງ​ຍຸດ​ທະ​ສາດ EY 2017 ​ໄດ້​ຈັດ​ຂຶ້ນຢູ່​ລັດ​ກາລີ​ຟໍ​ເນ​ຍ ສະຫະລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 17 ພະຈິກ​ນີ້ ​ແລະ​ໄດ້​ຈັດ​ເວທີ​ຍ່ອຍຫົວ​ຂໍ້ກ່ຽວ​ກັບຈີນ​ເປັນຄັ້ງທຳ​ອິດ​ ເພື່ອສົນ​ໃຈ​ການ​ພັດທະນາ​ຂອງ​ຈີນ.

​ເວທີ​ປຶກສາ​ຫາລືການ​ເຕີບ​ໂຕ​ລະດັບ​ສູງ​ຍຸດ​ທະ​ສາດ EY ​ແມ່ນ​ກອງ​ປະຊຸມ​ປະຈຳ​ປີນັກ​ທະລຸ​ກິດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ, ຂະນະ​ທີ່​ກອງ​ປະຊຸມ​ປີ​ນີ້ ​ໄດ້​ມີ​ບຸກຄົນ​ໃນ​ວົງ​ການ​ການ​ເມືອງ​ແລະ​ທຸລະ​ກິ​ດຈາກອາ​ເມ​ລິ​ກາ​ເໜືອ​ແລະ​ແຫ່ງ​ຕ່າງໆ​ທົ່ວ​ໂລກ 2300 ກວ່າ​ຄົນ​ເຂົ້າຮ່ວມ.

​ເວທີ​ຍ່ອຍ​ຫົວ​ຂໍ້​ກ່ຽວ​ກັບ​ຈີນ​ແມ່ນ​ສູນວັດທະນະທຳ​ອາຊີ​ອາ​ເມ​ລິ​ກາ​ເປັນ​ຜູ້​ຈັດ ​ໂດຍ​ໄດ້​ຮັບ​ການ​ມອບ​ສິດເປັນ​ພິ​ເສດຈາກ​ກອງ​ປະຊຸມ​ປະຈຳ​ປີ​ ​ເພື່ອ​ແນະນຳ​ສະພາບ​ການຄົ້ນຄວ້າ​ແລະ​ພັດທະນາ​ຂອງ​ຈີນ​ໃນ​ຂົງ​ເຂດ​ການ​ພັດທະນາ​ແລະ​ປະຍຸກ​ໃຊ້​ສະຕິ​ປັນຍາ​ທຽມ ຫຼື AI ຕໍ່​ບຸກຄົນ​ໃນ​ວົງ​ການ​ທຸລະ​ກິດທົ່ວ​ໂລກ, ​ແບ່ງປັນ​ໂອກາດ​ການຮ່ວມ​ມື​ສາກົນຈາກ​ນະ​ໂຍບາຍ​ຂອງ​ຈີນ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ ການ​ປະດິດ​ສ້າງ​ໃໝ່​ດ້ານ​ວິທະຍາສາດ​ເຕັກນິກ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຢ່າງ​ເລິກ​​ເຊິ່ງລະຫວ່າງ​ວິ​ສາ​ຫະກິດ​ຈີນ-ອາ​ເມ​ລິ​ກາ​ໃນ​ຂົງ​ເຂດ​ຕ່າງໆ ​ເປັນຕົ້ນ ວິທະຍາສາດ-​ເຕັກນິກ, ການ​ເງິນ, ການ​ລົງທຶນ ​ແລະ ການ​ປິ່ນປົວ​ສຸຂະພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ