ປ​ະ​ຊາ​ຊົນ​ຊິມ​ບາ​ເວ​ແຫ່​ຂະ​ບວນ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີລາ​ອອກ​ຈາກ​ຕຳ​ແໜ່ງ
2017-11-19 17:33:18  cri 
ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ປະ​ຊາ​ຊົນ​ຊິມ​ບາ​ເວ​ຫຼາຍ​ໝື່ນ​ຄົນ​ໄດ້​ແຫ່​ຂະ​ບວນ​ຢູ່ນະ​ຄອນ​ຫຼວ​ງ​ຮາ​ຣາ​ຣີ ເພື່ອສະ​ໜັບ​ສະ​ໜູນການ​ເຄື່ອນ​ໄຫ​ວ​ການ​ທະ​ຫານ​ຂອງກອງ​ທັບປະ​ເທດ​ຕົນ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​​ດີ​ເກ​ຣັກ ມູ​ກາ​ບີ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ທັນ​ທີ.

ໃນ​ຕອນ​ບ່າຍ​ວັນ​ທີ 18 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ການແຫ່​ຂະ​ບວນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ການ​ຄົມ​ມະ​ນາ​ຄົມ​​ໃນ​ເມືອງເປັນ​ອຳ​ມະ​ພາດ,ແຕ່​ບໍ່​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ.

ກ່ອນ​ໜ້າ​ນີ້,ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ​ ອົງ​ການ​ລະ​ດັບ​ແຂວງຂອງແນວ​ໂຮມ​ຮັກ​ຊາດ-ສະ​ຫະ​ພັນ​​ຊົນ​ຊາດ​ອາ​ຟ​ຣິ​ກາ​ຊິມ​ບາ​ເວທີ່​ເປັນພັກ​ກຳອຳ​ນາດ​ໃນ 10 ແຂວງ​ທົ່ວ​ປະ​ເທດ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ຮຽກ​ຮ້ອງ​ໃຫ້​ທ່ານ ເກ​ຣັກ ມູ​ກາ​ບີ​ ປະ​ທານ​ທັງ​ເປັນ​ເລ​​ຂາ​ທິ​ການ​ຜູ້​ທີ​ໜຶ່ງ​ຂອງ​ພັກ​ຕົນ​,ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ​ລາ​ອອກ​ຈາກ​ທຸກ​ຕຳ​ແໜ່ງ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ:ໃນ​ຕອນ​ຂ້ອນ​ແຈ້ງວັນ​ທີ 15 ພະ​ຈິກ​ນີ້, ກອງ​ທັບ​ຊິມ​ບາ​ເວ​ໄດ້​ໃຊ້​ການເຄື່ອນ​ໄຫວ​ການ​ທະ​ຫານ ແລະ​ສາ​ມາດ​ຄວບ​ຄຸມ​ຂະ​ແໜງ​ຕ່າງໆ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ຢ່າງ​ຮອບ​ດ້ານ​ພ້ອມ​ທັງ​ອອກ​ຖະ​ແຫຼງ​ການ​ໂດຍ​ຜ່ານ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ ໂດຍ​ໄດ້ປະ​ຕິ​ເສດກໍ່​ລັດ​ຖະ​ປະ​ຫານ,ທັງກ່າວ​ວ່າ​ຈະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ທ່​ານ ເກ​ຣັກ ມູ​ກາ​ບີ​ ພ້ອມຄອບ​ຄົວ​ຂອງ​ທ່ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ