ອິນ​ເດຍ​ກ່າວ​ວ່າຈະ​ຮ່ວມ​ມື​ກັບ​ຍີ່​ປຸ່ນ​ເພື່ອສຳ​ຫຼວດ​ດວງ​ຈັນ
2017-11-19 16:02:56  cri 

ວັນ​ທີ 17 ພະ​ຈິກ​ນີ້, ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ອົງ​ການ​ອະ​ວະ​ກາດ​ພາກ​ພື້ນ​ອາ​ຊີ-ປາ​ຊິ​ຟິກ​ຄັ້ງ​ທີ 24, ທ່ານ​ກີ​ຣານ ກູ​ມາ ປະ​ທານ​ອົງ​ການ​ສຶກ​ສາຄົ້ນ​ຄວ້າ​ອະ​ວະ​ກາດ​ອິນ​ເດຍກ່າວ​ວ່າ, ອິນ​ເດຍ​​ແລະ​ຍີ່​ປຸ່ນ​​ພວມ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ທີ່​ຮ່ວມ​ກັນ​​ສຳ​ຫຼວດດວງ​ຈັນ.

ເວ​ທີ​ປຶກ​ສາ​ຫາ​ລື​ອົງ​ການ​ອະ​ວະ​ກາດ​ພາກ​ພື້ນ​ອາ​ຊີ-ປາ​ຊິ​ຟິກ​ຄັ້ງ​ທີ 24 ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງເບນ​ກາ​ລູ​ຣູ​​ປະ​ເທດ​ອິນ​ເດຍ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 17 ພ​ະ​ຈິກ​ນີ້.​ຂະ​ນະ​ທີ່​ທ່ານ​ກູ​ມາ​ໄດ້​ກ່າວໃນ​ເວ​ທີດັ່ງ​ກ່າວກ່າວ​ວ່າ, ອົງ​ການ​​ສຶກ​ສາຄົ້ນ​ຄວ້າ​ຂອງ​ອິນ​ເດຍ ແລະ ຍີ່​ປຸ່ນ​ກຳ​ລັງ​​ຮ່​ວ​ມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ຫວັງ​ວ່າ​ຈະ​ສາ​ມາດ​ສຳ​ຫຼວດດວງ​ຈັນ​ຮ່ວມ​ຢ່າງ​ປະ​ສົມ​ຜົນ​ສຳ​ເລດ​ໃນ​ອະ​ນາ​ຄົດ.

ກ່ອນ​ໜ້າ​ນີ້, ອິນ​ເດຍ ແລະ ຍີ່​ປຸ່ນ​​ຕ່າງກໍ່​ໄດ້​ເລີ່ມ​ປະ​ຕິ​ບັດ​ແຜນ​ການ​​ສຳ​ຫຼວດ​ດວງ​ຈັນ​ແລ້ວໂດຍຍີ່​ປຸ່ນ​ໄດ້​ສົ່ງ​ດາວ​ທຽມ​ສຳ​ຫຼວດ"ນາງ​ຟ້າ​ພະ​ຈັນ"​ບິນ​ອ້ອມດວງ​​ຈັນເມື່ອ​ປີ 2007 ຢ່າງ​ປະ​ສົມ​ຜົນ​ສຳ​ເລັດ ແລະ ອິນ​ເດຍກໍ່​ໄດ້​​ສົ່ງເຄື່ອງ​ສຳ​ຫຼວດ​ວັດ​ແທກ​ດວງ​ພະ​ຈັນ​"​ເຮືອ​ພະ​ຈັນ-1" ​ເມື່ອ​ປີ 2008.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ