ນາ​ຍົກ​ບັງ​ກະ​ລາ​ເດັດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ
2017-11-19 17:18:26  cri 

ວັນ​ທີ 18 ພະ​ຈິກ​ນີ້, ທ່ານ​ນາງ​ເຊັກ ຮາ​ຊິ​ນາ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ບັງ​ກະ​ລາ​ເດັດ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງທ່ານ​ຫ​ວາງ​​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢູ່​​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ​ນາງຮາ​ຊິ​ນາ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​​ຮັບ​ຜົນສຳ​ເລັດຢ່າງ​ຈົບ​ງາມ ແລະ , ​ຂໍຜ່ານ​ທ່ານ​​ຫວາງ​​ຢີ້​ຝ​າກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນສະ​ໜິດ​ສະ​ໜົມ ແລະ ຄວາມ​ເຄົາ​ລົບ​ດ້ວຍ​ຄວາມ​ຈິງ​ໃຈ​​ໄປ​ຍັງ​ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ ແລະ ທ່ານ​​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ. ​ແນວ​ໃດ​ກໍ່​ດີ,​ລະ​ຫວ່າງ​ບັງ​ກະ​ລາ​ເດັດ ກັບ​ຈີນ​ມີມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ​. ບັງ​ກະ​ລາ​ເດັດ​ຂອບ​ໃຈ​ຈີນ​ທີ່​​ໃຫ້ການ​ສະ​ໜັບ​ສະ​ໜູນ ແລະ ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ຕົນ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້.

ທ່ານ​​ຫວາງ​ຢີ້​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜີງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼີ​ເຄີ້​ສຽງ​ຕໍ່​ທ່ານ​ນາງ​ຮາ​ຊິ​ນາ ແລະ ກ່າວ​ວ່າ ຈີນ ກັບ ບັງ​ກະ​ລາ​ເດັດ​ເປັນ​ເພື່ອນ​ມິດ​ທີ່​ດີ ແລະ ຄູ່ຮ່ວມ​ທີ່​ດີ​ເຊິ່ງ​ກັນ​ແລະ​ກັນ, ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​​ບັງ​ກະ​ລາ​ເດັດສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​​ໃນ​ບັນ​ຫາ​ທີ່​​ກ່ຽວ​ພັນ​​ເຖິງຜົນ​ປະ​ໂຫຍດ​​ໃຈກາງ​ຂອງ​ແຕ່​ລະຝ່າຍ ​ແລະ​ບັນ​ຫາ​ສຳ​ຄັນ​ທີ່​ສົນ​ໃຈ​ຮ່ວມ​ກັນ, ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່​ວ​ມ​ມື​ຍຸດ​ທະ​ສາດ​ຈີນ-ບັງ​ກະ​ລາ​ເດັດ. ​ຮ່ວມ​ກັນ​ເລັ່ງ​ຂະ​ບວນ​ການສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຮ່ວມ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​​ສ້າງ"​ແລວ​ທາງ​ເສດ​ຖະ​ກິດ​ບັງ​ກະ​ລາ​ເດັດ-ຈີນ-ອິນ​ເດຍ-ມຽນ​ມາ".

ກ່ຽວ​ກັບ​ບັນ​ຫາ​ຊາວ​ໂຣ​ຮີງ​ຢາ, ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ຈີນ​ມີ​​ຈຸດ​ຢືນ​ມາ​ໂດຍ​ຕະ​ຫຼອດ​ທີ່​ບັນ​ຫາ​ຊາວ​ໂຣ​ຮີງ​ຢາ​ຄວນ​ໃຫ້​ບັງ​ກະ​ລາ​ເດັດ ​ແລະ ມຽນ​ມາ​ແກ້​ໄຂ​ໂດຍ​ຜ່ານ​ການ​ສົນ​ທະ​ນາແລະ​ປຶກ​ສາ​ຫາ​ລື​ກັນ ແລະ ຊົມ​ເຊີຍ​ຕໍ່​ບັງ​ກະ​ລາ​ເດັດ​ແລະ ມຽນ​ມ​​າ​ທີ່​ອາດ​ຈະ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ສົ່ງ​ຄືນ, ຫວັງ​ວ່າ​ສັນ​ຍາດັ່ງ​ກ່າວ​ຈະ​ບັນ​ລຸ​ການ​ເຊັນ​ກັນ​ຕາ​ມ​ ກຳ​ນົດເວ​ລາ ແລະ ​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ໂດຍ​ໄວ. ​ຂະ​ນະ​ທີ່ປະ​ຊາ​ຄົມ​ໂລກ​ຄວນ​​ສ້າງ​ເງື່ອນ​ໄຂອຳ​ນວຍ​ຄວາມ​ສະ​ດວກ ແລະ ສ້າງ​ບັນ​ຍາ​ກາດ​​ທີ່ດີ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ບັງ​ກະ​ລາ​ເດັດ ​ແລະ ມຽນ​ມາ. ​ຢ່າງ​ໃດ​ກໍ່​ດີ,ຈີນ​ຍິນ​ດີ​ສືບ​ຕໍ່​ອຳ​ນວຍ​ຄວາມ​ສະ​ດວກ ແລະ ການ​ຊ່ວຍ​ເຫຼືອ​ເພື່ອ​ຊຸກ​ຍູ້​ບັນ​ຫາ​ດັ່ງ​ກ່າວ​ໃຫ້​ໄດ້​ຮັບ​ການແກ້​ໄຂ​ຢ່າງ​ເໝາ​ສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ