ເຂດກວາງ​ຊີ​ຂອງ​ຈີນຫຼໍ່​ຄ້ອງ​ບ້າງທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ
2017-11-20 16:12:23  cri 


(ເຂດກວາງ​ຊີ​ຂອງ​ຈີນຫຼໍ່​ຄ້ອງ​ບ້າງທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ)

 

ໂຮງ​ງານ​ຜະ​ລິດ​ຄ້ອງ​ບ້າງ​ເວີຍ​ສື​ເມືອງ​ ປົກ​ຄອງ​ຕົນ​ເອງ​ເຜົ່າ​ເໝົາ​ໜານຫວນ​ຈ່ຽງ​ ຂອງ​ເຂດກວາງ​ຊີ​ຈີນ​ໄດ້​ຜະ​ລິດ​ຄ້ອງ​ບ້າງທີ່​ໃຫຍ່ສຸດ​ໃນ​ໂລກ ໂດຍ​ມີ​ເສັ້ນ​ຜ່າສູນ​ກາງ 6,68 ແມັດ, ສູງ 2,86 ແມັດ ແລະໜັກ 50 ໂຕນ. ​ຄ້ອງ​ບ້າງ​ດັ່ງ​ກ່າວ​ອອກ​ແບບ​ໂດຍ​ທ່ານ​ເວີຍ​ຊີ​ຊູ ນັກ​ວິ​ຈິດ​ສິນ​ທີ່​ມີ​ຊື່​ສຽງ​ຂອງກວາງ​ຊີ ແລະ​ຜະ​ລິດ​ໂດຍ​ກຳ​ມະ​ກອນ 30 ກວ່າ​ຄົນໂດຍ​ໃຊ້​ເວ​ລາ​ເຖິງ 7 ເດືອນ. ​ຄ້ອງ​ບ້າງ​ແມ່ນ​ວັດ​ຖຸ​ບູ​ຮານ​ທີ່​ເປັນ​ເອ​ກະ​ລັກ​ຂອງຊົນ​ເຜົ່າ​​ສ່ວນ​ໜ້ອຍ​ພາກ​ໃຕ້​ຂອງ​ຈີນ​ໃນ​ສະ​ໄໝ​ບູ​ຮານ ກໍ່​ຄື​ບາງ​ເຂດ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້, ເປັນວັດ​ຖຸ​ສິ​ລິ​ມຸງ​ຄຸນ​, ສັກ​ສິດ​ແລະ​ມິ​ອິດ​ທິ​ພົນຕໍ່​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຈ​ວ້າງ​ແລະ​ເຜົ່າ​ຢ້າວ​ຂອງ​ເຂດກວາງ​ຊີ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ