ກຳ​ປັ່ນ​ຂັບ​ໄລ່​ອາ​ເມ​ລິ​ກາ​ຕຳ​​ເຮືອ​ລາກ​ແກ່​ຍີ່ປຸ່ນ
2017-11-20 10:50:26  cri 

ກອງ​ກຳ​ປັ່ນ​ທີ 7 ກອງທັບ​ເຮືອ​ອາ​ເມ​ລິ​ກາ​ຖະ​ແຫຼງວ່າ: ກຳ​ປັ່ນ​ຂັບ​ໄລ່ "​ເບ​ນ​ໂຟນດ໌" ປະຈຳ​ຢູ່​ຖານ​ທັບ​ເຮືອ​ໂຢ​ໂກ​ຊູ​ກະ ຍີ່ປຸ່ນ​ຂອງ​ກອງທັບ​ອາ​ເມ​ລິ​ກາ ​ໄດ້​ຕຳ​ເຮືອ​ລາກ​ແກ່​ຍີ່ປຸ່ນ​ລຳ​ໜຶ່ງ ຂະນະ​ຝຶກ​ຊ້ອມ​ຢູ່​ອ່າວ​ຊາ​ກາມິ ​ໃນ​ວັນ​ທີ 18 ພະຈິກ​ນີ້ ​ແຕ່​ບໍ່​ມີ​ຜູ້​​ເສຍ​ຊີວິດ ຫຼື ບາດ​ເຈັບ.

ຖະ​ແຫຼງການ​ຂອງ​ກອງ​ກຳ​ປັ່ນ​ທີ 7 ກອງທັບ​ເຮືອ​ອາ​ເມ​ລິ​ກາ ລະບຸ​ວ່າ: ກຳ​ປັ່ນ​ຂັບ​ໄລ່​​ເພ​ເລັກ​ໜ້ອຍ, ຂະນະ​ທີ່​ເຮືອ​ລາກ​ແກ່ລຳ​ນີ້​ຈຳ​ຕ້ອງ​ໃຫ້​ເຮືອ​ລຳ​ອື່ນ​ລາກ​ໄປ​ສູ່​ທ່າ​ກຳ​ປັ່ນ​ໂຢ​ໂກ​ຊູ​ກະ. ປັດຈຸບັນ, ກອງທັບ​​ເຮືອ​ອາ​ເມ​ລິ​ກາ​ພວມ​ສືບສວນ​ຫາ​ສາ​ເຫດ​ຂອງການ​ເກີດ​ເຫດດັ່ງກ່າວ.

ກຳ​ປັ່ນ​ຂັບ​ໄລ່ "​ເບ​ນ​ໂຟນດ໌" ​ແມ່ນ​ກຳ​ປັ່ນ​ຂັບ​ໄລ່ Aegis ຮຸ່ນຫຼ້າສຸດ​ທີ່​ກອງທັບ​ອາ​ເມ​ລິ​ກາ​ສົ່ງ​ໄປ​ປະຈຳ​ຢູ່​ຖານ​ທັບ​ໂຢ​ໂກຊູ​ກະ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ