ໜ່ວຍ​ແພດ​ຈີນ​ມອບ​ແສງ​ສະຫວ່າງ​ໃຫ້​ຜູ້​ເປັນ​ແກ່ນ​ຕາ​ຂຸ້ນ​ຊາວ​ມຽນມາ 200 ຄົນ
2017-11-20 10:53:07  cri 

ວັນ​ທີ 19 ພະຈິກ​ນີ້​ໄດ້​ຈັດພິທີ​ເປີດ​ກິດຈະກຳ​ມອບ​ແສງ​ສະຫວ່າງ​ໃນ​ຂອບ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ຢູ່​ໂຮງໝໍ​ປິ່ນປົວ​ຕາ​ທີ​ຊາງ ​ແຂວງ​ຊາ​ເກງ ປະ​ເທດ​ມຽນມາ ​ໂດຍ​ໜ່ວຍ​ແພດ​ຈາກ​ໂຮງໝໍ​ປິ່ນປົວ​ຕາໄອ້​ເອີ​ຈີນ ຈະ​ຜ່າຕັດ​ໃຫ້​ຜູ້​ເປັນ​ແກ່ນ​ຕາ​ຂຸ້ນ​ຊາວ​ມຽນມາ 200 ຄົນ ​ເພື່ອ​ຊ່ວຍ​ພວກ​ເຂົາ​ເຫັນ​ແສງ​ສະຫວ່າງ​ໄດ້​ອີກ.

ທ່ານ​ຫວາງ​ຈົ່ງ​ຢິງ ຫົວໜ້າ​ສະຖານ​ກົງສຸນ​ຈີນ​ປະຈຳມັນ​ດາ​ເລ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ໜ່ວຍ​ແພດ​ຈີນ​ທີ່​ຊ່ວຍ​ຄົນ​ເຈັບ​ຊາວ​ມຽນມາ​ເຫັນ​​ແສງ​ສະຫວ່າງ ​ໂດຍບໍ່ຮູ້​ອິດຮູ້ເໝື່ອຍ ​ແລະ​ຫວັງວ່າ​ບັນດາພະນັກງານ​ແພດຈະ​ສືບຕໍ່​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດໃຫ້​ໄດ້​ຮັບ​ໝາກຜົນຫຼາຍຍິ່ງ​ຂຶ້ນ.

ຂ່າວ​ແຈ້ງຕື່ມວ່າ: ກິດຈະກຳ​ເພື່ອ​ການ​ກຸສົນ​ດັ່ງກ່າວ​ຍັງ​ຈະ​ດຳ​ເນີນ​ຢູ່ຫຼາຍປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເຊັ່ນ ຟິລິບ​ປິນ, ກຳປູ​ເຈຍ ​ແລະ ມາ​ເລ​ເຊຍ ​ແລະ​ໃນ​ອະນາຄົດ​ຍັງ​ຈະ​ໄປ​ດຳ​ເນີນ​ຢູ່​ເອີຣົບ ​ເປັນຕົ້ນ ​ເຊິ່ງຈະ​ກວມ​ເອົາ​ປະ​ເທດ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ເຊື່ອມ​ສານ​ສາຍ​ພົວພັນມິດ​ໄມຕີລະຫວ່າງ​ປະຊາຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ