ຈີນ​ເລີ່​ມສຳຫຼວດ​ເສດ​ພລາ​ສະຕິ​ກ​ເທິງທະ​ເລ
2017-11-20 15:58:47  cri 

ວັນ​ທີ 19 ພະຈິກ​ນີ້, ​ໃນ​ການ​ສຳຫຼວດວິທະຍາສາດ​ຂົ້ວ​ໂລກ​ໃຕ້​ຄັ້ງທີ 34 ຂອງ​ຈີນ, ສະມາຊິກ​ໜ່ວຍ​ດັ່ງກ່າວ​ເລີ່ມ​ເກັບ​ຕົວຢ່າງ​ເສດ​ພລາ​ສະຕິ​ກ​ເທິງ​ທະ​ເລ ຢູ່​ເຂດ​ມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ຕົກ ​ເຊິ່ງ​ເປັນການ​ສຳຫຼວດ​ເທື່ອ​ທຳ​ອິດຢູ່​ຕາມ​ເສັ້ນທາງ​ເດີນ​ເຮືອ​ຂອງ​ໜ່ວຍ​ສຳຫຼວດວິທະຍາສາດ​ດັ່ງກ່າວຫຼັງອອກ​ເດີນທາງ​ປະຕິບັດ​ໜ້າ​ທີ່.

ທ່ານ​ຈ່າງ​ໂສ​ວ​ເຟິ່ງ ຜູ້​ຊ່ວຍນັກຄົ້ນຄວ້າສູນ​ຕິດຕາມ​ວັດ​ແທກ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ແຫ່ງ​ຊາດ​ຈີນ, ສະມາຊິກ​ໜ່ວຍ​ສຳຫຼວດວິທະຍາສາດ ​ໄດ້​ເວົ້າຕໍ່​ນັກ​ຂ່າວ​ວ່າ: ​ເສດ​ພລາ​ສະຕິ​ກ​ເທິງ​ທະ​ເລ ໝາຍ​ເຖິງ​ເສດ​ພລາ​ສະຕິ​ກ​​ເທິງທະ​ເລທີ່​ມີຂະໜາດນ້ອຍ​ກວ່າ 5 ມີ​ລີ​ແມັດ.

ຂະນະ​ທີ່​ທ່ານ​ໂຫຼກວ່າ​ງຟູ້ ຫົວໜ້າ​ໜ່ວຍ​ມະຫາ​ສະໝຸດ ໜ່ວຍ​ສຳຫຼວດວິທະຍາສາດ ກ່າວ​ວ່າ: ກຳ​ປັ່ນ​ສຳຫຼວດວິທະຍາສາດ "​ເສ​ໂຫຼງ" ນຳ​ໃຊ້​ເວລາທີ່​ເດີນ​ເຮືອ​ຢູ່​ນັ້ນຢ່າງ​ເຕັມ​ສ່ວນ ​ເພື່ອ​​ສຳຫຼວດ​ເສດ​ພລາ​ສະຕິ​ກ​ເທິງ​ທະ​ເລ​ຕາມ​ເສັ້ນທາງ​ເດີນ​ເຮືອ ​ເພື່ອ​ຈະ​ໄດ້​ຂໍ້​ມູນ​ສິ່ງ​ມົນ​ລະ​ພິດ ​ເຊິ່ງຈະ​ມີ​ບົດບາດ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ການ​ສຶກສາຄົ້ນຄວ້າ​ເສດ​ພລາ​ສະຕິ​ກ​ເທິງ​ທະ​ເລ​ຂອງ​ຈີນ ​ແລະ ຍົກ​ສູງ​ບົດບາດ​ຂອງ​ຈີນ​ໃນ​ການ​ປະກອບ​ຄຳ​ເຫັນຕໍ່ການ​ແກ້​ໄຂ​ບັນຫາ​ຂີ້​ເຫຍື້ອ​ເທິງ​ທະ​ເລ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ