ຈີນ​ຊຸກຍູ້​ການ​ຍົກ​ລະດັບ​ແລະ​ຫັນປ່ຽນ​ຮູບ​ແບບການ​ພັດທະນາອຸດສາຫະກຳ​ລົດ​
2017-11-20 16:00:47  cri 

​ນະຄອນ​ສາງ​ຊຸນ ​ເທດສະບານ​ແຂວງ​ຈີ​ລິນຖືກ​ເອີ້ນ​ເປັນ​ "ເມືອງ​ແຫ່ງ​ລົດ" ຂອງ​ຈີນ ​ແລະ​ໃນວັນ​ທີ 20 ພະຈິກ​ນີ້, ​ເມືອງ​ດັ່ງກ່າວ​​ໄດ້ເລີ່​ມນຳ​ໃຊ້ປ້າຍ​ລົດ​ສະ​ເພາະ​ລົດ​ພະລັງ​ງານໃໝ່​ຢ່າງ​ເປັນ​ທາງ​ການ, ຂະນະ​ທີ່​ພື້ນປ້າຍ​​ໃໝ່​ເຫຼົ່ານີ້​​ຖື​​ເອົາສີຂຽວ​ເປັນຫຼັກ ​ໂດຍ​ໝາຍ​ເຖິງ​ທັດສະນະ​ສີຂຽວ, ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ ວິທະຍາສາດ-​ເຕັກນິກ. ​ໃນ​ວັນ​ດຽວ​ກັນ, ຢູ່​ເມືອງ​ອື່ນໆ​ 10 ກວ່າຕົວ​​ເມືອງຂອງ​ຈີນ​ກໍ​ໄດ້​ເລີ່​ມ​ເປີດ​ນຳ​ໃຊ້ປ້າຍ​ລົດ​ສະ​ເພາະ​ລົດ​ພະລັງ​ງານ​ໃໝ່​ເຊັ່ນ​ດຽວ​ກັນ ​ແລະ​ຈະ​ນຳ​ໃຊ້ໃນ​ທົ່ວ​ປະ​ເທດ​ນັບ​ແຕ່​ປີ 2018 ​ເປັນຕົ້ນ​ໄປ.

ນັບ​ແຕ່​ວັນ​ທີ 1 ທັນວາ​ປີ 2016 ​ເປັນຕົ້ນມາ, ຢູ່ 5 ຕົວ​ເມືອງ ຄື ກຳ​ແພງ​ນະຄອນ​ຊຽງ​ໄຮ, ນະຄອນ​ໜານ​ກິ່ງ, ​ເມືອງ​ອູ​ຊີ, ນະຄອນ​ຈີ​ໜານ ​ແລະ ນະຄອນ​ເຊີ່ນ​ເຈີ້ນ ​ໄດ້​ທົດ​ລອງ​ນຳ​ໃຊ້​ປ້າຍລົດ​ດັ່ງກ່າວ​ກ່ອນ​​ໝູ່ ​ແລະ ມາ​ເຖິງ​ປັດຈຸບັນ, 5 ຕົວ​ເມືອງ​ດັ່ງກ່າວ​ໄດ້​ອອກ​ປ້າຍ​​ໃຫ້​ລົດ​ພະລັງງານ​ໃໝ່ແລ້ວ 110.000 ຄັນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ