ສ້າງ​ລາຍ​ໄດ້ 9 ໝື່ນ​ຢວນຕໍ່​ປີຈາກ​ການ​ຕັດ​ເຈ້ຍ​ສິລະ​ປະຂາຍ
2017-11-20 16:08:47  cri 

ດ້ວຍ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ສີມື​ຕັດ​ເຈ້ຍ​ຂອງ​ແມ່​ເຖົ້າ​ໃນ​ຍາມ​​ເດັກ, ນາງ​ສີ​ຊິ້ວຟ່າງ ຊາວເມືອງ​ກາວ​ມີ້ ​ແຂວງ​ຊ່ານ​ຕົ່ງ ​ຈຶ່ງ​ໄດ້ຮ່ວມ​ກັບຍາດພີ່ນ້ອງຕັດ​ເຈ້ຍສິລະ​ປະ​ທີ່​ເຕັມ​ໄປ​ດ້ວຍ​ບັນຍາກາດ​ໃນ​ການ​ດຳ​ລັງ​ຊີວິດ​ປະຈຳ​ວັນ​ຂອງ​ຄອບຄົວ​ຊາວນາ ​ເປັນຕົ້ນ ​ດອກ​ໄມ້, ນົກ, ​ແມງ​ໄມ້, ປາ ຫຼື ​ຄົນ​ແລະ​ພາບ​ຕ່າງໆ ​ໃນ​ນິທານ​ພື້ນ​ເມືອງ ເຫຼົ່ານີ້​ເປັນຕົ້ນ. ສີມື​ຕັດ​ເຈ້ຍ​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຊາວບ້ານ​ໃກ້​ຄຽງ ​ແລະຕໍ່​ມາຈາກ​ການໄດ້​ຮັບ​ການ​ແນະນຳ​ຈາກ​ຜູ້​ມີສີມື​ຕັດ​ເຈ້ຍ​ເກັ່ງ​ຢູ່​ທ້ອງ​ຖິ່ນ​ ຈຶ່ງ​ເຮັດ​ໃຫ້​ສີມື​ຂອງ​ເພິ່ນເກັ່ງ​ຂຶ້ນກວ່າ​ເກົ່າ ຈົນ​ສາມາດ​ນຳ​ເອົາຜົນງານ​ການຕັດ​ເຈ້ຍ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ. ສູ່​ມື້​ນີ້, ນາງ ​ສີ​ຊິ້ວຟ່າງ ​ກາຍ​ເປັນ​ຊ່າງ​ຕັດ​ເຈ້ຍ​ສິລະ​ປະ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ຢູ່​ທ້ອງ​ຖິ່ນ​ນັ້ນ ​ໂດຍ​ຜົນງານ​ຕັດ​ເຈ້ຍ​ແລະ​ດ້ວຍ​ການຂອບ​​ທີ່​ງົດງາມ​ຂອງ​ເພິ່ນສາມາດ​ຂາຍ​ໄດ້​ໃນ​ລາຄາສະ​ເລ່ຍ 500 ຢວນຕໍ່​ໜຶ່ງ​​ແຜ່ນ ​ແລະ​ສາມາດ​ສ້າງ​ລາຍ​​ໄດ້​ປະມານ 90.000 ຢວນຕໍ່​ປີ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ