ກຸ່ມ IS ສູ້​ຮົບ​ກັບ​ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ຢ່າງ​ດຸ​ເດືອດ
2017-11-20 16:24:59  cri 
ສື່ມວນ​ຊົນ​ຊີ​ຣີ​ລາຍ​ງານ​ໃນ​ວັນ​ທີ 19 ພະ​ຈິກ​ນີ້​ວ່າ, ຫຼັງ​ມື້​ຜ່ານ​ມາ, ກຸ່​ມ IS ເຊິ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ສູ້​ຮົບ​ກັບ​ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ຢູ່​ເມືອງອາ​ບູ​ກາ​​ມານ​ທິດ​ຕາ​ເວັນ​ອອກ​ຂອງປະ​ເທດ​ແລະ​ມາ​ຮອດປັດ​ຈຸ​ບັນ, ​ກຸ່ມດັ່ງ​ກ່າວຍັງ​ສາ​ມາດ​ຄວບ​ຄຸມ​ເນື້ອ​ທີ​ປະ​ມານ 20% ຂອງ​ເມືອງ​ດັ່ງ​ກ່າວ.

ສື່ມວນ​ຊົນ​ຊີ​ຣີ​ລາຍ​ງານ​ວ່າ, ເຖິງວ່າ​ລັດ​ຖະ​ບານ​ຊີ​ຣີ​ປະ​ກາດ​ວ່າ​ໄດ້​ປົດ​ປ່ອຍ​ອາ​ບູ​ກາ​ມານ​ໃນ​ວັນ​ທີ 9 ພະ​ຈິກ​ນີ້​ກໍ​ຕາມ, ແຕ່​ວ່າ​ກຸ່ມ IS ​ກໍໄດ້​ໂຈມຕີ​ຄືນ, ແລະ​ເຄີຍ​ຍຶດ​ເອົາ​ເມືອງ​ດັ່ງ​ກ່າວ​ຄືນ​ໃໝ່, ປັດ​ຈຸ​ບັນ​ກຸ່ມ IS ຍັງ​ສູ້​ຮົບ​ກັບ​ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ຢ່າງ​​ດຸ​ເດືອດ, ເພື່ອ​ຮັກ​ສາ​​ຖານ​ທີ່​ໝັ້ນ​ຂອງ​ຕົນ.

ຕາມ​ຜູ້​​ສັນ​ທັດ​ກໍ​ລະ​ນີ​ເປີດ​ເຜີຍ​ວ່າ, ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ການ​ເຄື່ອນ​ໄຫວ​ທາງ​ອາ​ກາດ​ຂອງ​ເຮືອ​ບິນ​ສູ້​ຮົບ​ຣັດ​ເຊ​ຍ, ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ໄດ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ແລະ​ຍຶດ​ເອົາ​ດິນ​ແດນ​ຂອງ​ເມືອງ​ດັ່ງ​ກ່າວ​ອີກ​ເທື່ອ​ໜຶ່ງ, ກຸ່ມ IS ໄດ້​ຖອຍ​ໄປທິດ​ເໜືອ​ຂອງ​ເມືອງ​​ບູ​ກາມ​ານ. ປັດ​ຈຸ​ບັນ, ການ​ຍິງ​ປະ​ທະ​ກັນ​ຕົ້ນ​ຕໍ​ໄດ້​ເກີດ​ຂຶ້ນ​ຢູ່​​ທິດ​ເໜືອ​ແລະ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເມືອງ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ