ຈີນ​-ໄທ​​ຮ່ວມ​ມື​ດ້ານການ​ທ່ອງ​ທ່ຽວ
2017-11-20 16:37:56  cri 
ເພື່ອ​ຊຸກ​ຍູ້​ສົ່ງ​ເສີມຂະ​ແໜງ​ການ​ທ່ອງ​ທ່ຽວ, ​ສົ່ງ​ເສີມນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ໄທ​​ເປັນ​ຢ່າງ​ດີ, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ແລະ​ກຸ່ມ​ບໍ​ລິ​ສັດທ່ອງ​ທ່ຽວ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ.

ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ເປີ​ດ​ເຜີຍ​ວ່າ, ​ເນື່ອງ​ຈາກລັດ​ຖະ​ບານ​ປະ​ເທດ​ຕົນ​ໄດ້​​ກຳ​ນົດ​ເອົາ​ປີ 2018 ເປັນ "ປີ​ທ່ອງ​ທ່ຽວ​​ອັດ​ສະ​ຈັນໄທ​ແລນ", ​ຈຶ່ງ​ຈະ​ສຸມ​ໃສ່ຈະ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​​ດ້ວຍ​ວິ​ທີ​ໃໝ່, ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ປະ​ເທດ​ຕົນ. ​ແລະການ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າໃຈຄັ້ງ​ນີ້, ຈະ​ຊຸກ​ຍູ້​ນັກ​ທ່ອງ​ທ່ຽ​ວ​ຈີນ​ທີ່​ຄຸ​ນ​ນະ​ພາບ​ດີ​ມາ​ທ່ຽວ​ປະ​ເທດ​ໄທ​ຕື່ມ​ອີກ.

ທ່ານ​ຊວຍ​ສ້ຽວ​ກ່າງ ຜູ້​ອຳ​ນວຍ​ການ​ໃຫຍ່​​​ກຸ່ມ​ບໍ​ລິ​ສັດທ່ອງ​ທ່ຽວ​ຈີນ​ກ່າວ​ວ່າ, ​ບໍ​ລິ​ສັດ​ຕົນ​ຈະ​ຮ່ວມ​ມື​ກັບ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຢ່າງ​ໃກ້​ຊິດ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ແລະ​ຮູບ​​ແບບ​ໃໝ່​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຮັ​ດ​ໃຫ້​ການ​ທ່ອງ​ທ່ຽວ​ກຸ້ມ​ຄ່າ, ແລະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ​ຢ່າງ​ແທ້​ຈິງ​ຈາກ​ການ​ທ່ອງ​ທ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ