ທ່ານ​ມູ​ກາ​ເບ​ຖືກ​​ປົດ​ຕຳ​ແໜ່ງ​​ພັກ
2017-11-20 16:50:35  cri 

ວັນ​ທີ 19 ພະ​ຈິກ​ນີ້, ສະ​ມາ​ຊິກ​ສະ​ຫະ​ພັນ​ຊົນ​ຊາດ​ອາ​ຟ​ຣິ​ກາ-ແນວໂຮມ​ຮັກ​ຊາດ​ເຊິ່ງ​ເປັນ​ພັກ​ຄອງ​ອຳ​ນາດ​ຊິມ​ບາ​ເວ​ໄດ້​ຈັດ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຂັ້ນ​ຢູ່​ເມືອງ​ຮາ​ລະ​ເຣ. ​ແລະ​ກອງ​ປະ​ຊຸມ​ໄດ້ຕົກ​ລົງ​ປົດ​ຕຳ​ແໜ່ງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ຊົນ​ຊາດ​ອາ​ຟ​ຣິ​ກາ-ແນວ​ໂຮມ​ຮັກ​ຊາດຂອງ​ທ່ານ​ໂຣ​ເບດ ມູກາ​ເບ ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ, ແລະ​ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ກ່ອນຕອນ​ທ່ຽງວັນ​ທີ 20 ພະ​ຈິກ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຢືນ​ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ​ຕໍ່​ລັດ​ຖະ​ສະ​ພາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ