ສິງກະ​ໂປ​ ​ແລະ​ເສ​ສວນ​​ຊຸກຍູ້​ການ​ຮ່ວມ​ມື​ 3 ຂົງ​ເຂດ​ໃຫຍ່
2017-11-20 16:26:44  cri 
ກອງ​ປະຊຸມ​ຄະ​ນະ​ກຳມະການ​ການ​ຄ້າ​ ​ແລະ​ການ​ລົງທຶນສິງກະ​ໂປ-​ເສ​ສວນ​ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປໃນ​ວັນ​ທີ 17 ພະຈິກ​ນີ້​ໄດ້​ຕົກລົງຊຸກຍູ້ການ​ຮ່ວມ​ມື​ດ້ານ​ການບໍລິການ, ຊີວິດ​ການ​ເປັນ​ຢູ່ ​ແລະ​ການ​ຜະລິດ​ແບບ​ທັນ​ສະ​ໄໝ.

ທ່ານ​ຈູ່​ເຮີ້​ສິ່ນ ປະທານ​ຄະ​ນະ​ກຳມະການການ​ຄ້າ ​ແລະ​ການ​ລົງທຶນ​ຝ່າຍ​ແຂວງ​​ເສ​ສວນ​ກ່າວ​ວ່າ: ສິງ​ກະ​ໂປ​ເປັນ​ປະ​ເທດ​ທີ່​ເຂົ້າ​ມາ​ລົງທຶນຫຼາຍ​ທີ່​ສຸດ​ຢູ່​ເສ​ສວນ​ ​ແລະ​ການ​ຮ່ວມ​ມື​ສອງ​ຝ່າຍ​ເປັນ​​ສ່ວນ​ສຳ​ຄັນ​ໃນ​ການ​ຮ່ວມ​ມືພາຍ​ນອກຂອງເສ​ສວນ ​ແລະ​ໃນ​ໂອກາດ​ດັ່ງກ່າວ​ກໍ​ໄດ້ສະ​ເໜີ​ການ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ສ້າງ​​ສະພາບ​ການ​ຮ່ວມ​ມື​ໃນລະດັບ​ສູງ ​ແລະ​ຮອບດ້ານ ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ສິງ​ກະ​ໂປ-​ເສ​ສວນ​ມີ​ຈຸດ​ພິ​ເສດ​ແຫ່ງ​ຍຸກ​ສະ​ໄໝ ​ແລະ​ເປັນສາກົນ.

ກອງ​ປະຊຸມ​ດັ່ງກ່າວມີ​ຜູ້​ຕາງໜ້າ​ຈາກ​ 10 ກວ່າວິ​ສາ​ຫະກິດ​ຂອງເສ​ສວນ ແລະ 40 ກວ່າ​ວິ​ສາ​ຫະກິດ​ຂອງສິງກະ​ໂປ​ເຂົ້າ​ຮ່ວມ​ ​ແລະ​ສອງ​ຝ່າຍ​ໄດ້​ເຊັນ​​ແຜນການ​ຈັດ​ຕັ້ງ​ປະຕິບັດ​ສົກ​ປີ 2017-2018 ​ແລະ​ບົດ​ບັນທຶກ​ການ​ຮ່ວມ​ມື​ສິງກະ​​ໂປ-​ເສ​ສວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ