ຈີນ​ແລະ​ຫວຽດນາມ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຈາກ​ການ​ຮ່ວມ​ມື​ແຮງ​ງານ​ຂ້າມ​ຊາດ
2017-11-21 10:55:50  cri 

ທ່ານ ​ເຫວີຍ​ຈິ້ນ​ໂຖ ຮອງ​ຫົວໜ້າ​ພະ​ແນ​ກຊັບພະຍາກອນ​ມະນຸດ​ແລະ​​ປະ​ກັນ​ສັງຄົມ ​ເມືອງຝາງ​ເສິງກາງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ ​ໄດ້ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ສະ​ແດງຜົນງານຂອງ​ຈຸດ​ທົດ​ລອງການ​ຮ່ວມ​ມື​ແຮງ​ງານ​ຂ້າມ​ຊາຍ​ແດນ ​ໃນ​ວັນ​ທີ 20 ພະຈິກ​ນີ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຄຽງ​ຄູ່​ກັບ​ເສດຖະກິດ​ເຂດ​ຊາຍ​ແດນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ​ເມືອງ​ຕົນກໍ​ຕ້ອງການ​ແຮງ​ງານ​​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ເຊັ່ນ​ດຽວ​ກັນ. ຂະນະ​ທີ່​ຫວຽດນາມກໍ​ມີ​ແຮງ​ງານ​ຢ່າງຫຼວງຫຼາຍ ​ແລະ ລັດຖະບານ​ຫວຽດນາມ​ກໍສົ່ງ​ເສີມການ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ຈາກ​ນີ້, ວຽກ​ງານ​ທົດ​ລອງ​ການ​ຮ່ວມ​ມື​ແຮງ​ງານ​ຂ້າມ​ຊາຍ​ແດນ​ຈຶ່ງສາມາດ​ແກ້​ໄຂ​ບັນຫາ​ການ​​ໃຊ້​ແຮງ​ງານຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ​ແລະຫຼຸດ​ບັນຫາ​ການ​ໃຊ້​ແຮງ​ງານ​ຜິດ​ກົດໝາຍໜ້ອຍ​ລົງ ທັງ​ສາມາດ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ ​ເຮັດ​ໃຫ້ຝ່າຍ​ຕ່າງໆ ຄື ​ແຮງ​ງານ​ຂ້າມ​ແດນ​ເຮັດ​ວຽກ, ວິ​ສາ​ຫະກິດ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ຕ່າງ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ມາ​ຮອດ​ເດືອນ​ຕຸລາ​ຜ່ານ​ມາ, ​ເມືອງ​ຝາງ​ເສິງ​ກາງ ​ໄດ້​ອະນຸມັດ​​ໃຫ້ 29 ວິ​ສາ​ຫະກິດ​ນຳ​ໃຊ້​ແຮງ​ງານ​ຕ່າງປະ​ເທດ ​ເຊິ່ງມີ​ເຖິງ 6.710 ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ