ປານາມາ​ຈະ​ກາຍ​ເປັນ​ສູນ​ກາງ​ການ​ລົງທຶນ​ຂອງ​ຈີນ​ຢູ່​ອາ​ເມ​ລິ​ກາ​ລາ​ຕິນ
2017-11-21 10:57:49  cri 

ທ່ານ​ຮູ​ອານ ຄາ​ໂລ​ສ ວາ​ເຣລາ ປະທານາທິບໍດີ​ປານາມາ ທີ່​ພວມ​ຢ້ຽມຢາມ​ຢູ່​ຈີນ ​ໄດ້​ກ່າວ​ໃນ​ວັນ​ທີ 20 ພະຈິກ​ນີ້​ວ່າ: ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຈີນ​ທີ່​ໄປ​ລົງທຶນ​ຢູ່​ປະ​ເທດ​ຕົນ ​ແລະ​ເຊື່ອ​ໝັ້ນວ່າ ປະ​ເທດ​ຕົນ​ຈະ​ກາຍ​ເປັນສູນ​ກາງ​ການ​ລົງທຶນພັ​ດທະ​ນາ​ທຸລະ​ກິດ​ຂອງວິ​ສາ​ຫະກິດ​ຈີນ​ຢູ່​ອາ​ເມ​ລິ​ກາ​ລາ​ຕິນ.

ທ່ານ​ວາ​ເຣລາ ກ່າວ​ວ່າ: ປະ​ເທດ​ຕົນ​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ໄດ້​ສະ​ເໜີ​ໂຄງການ​ຮ່ວມ​ມື​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຈຳນວນ​ໜຶ່ງ​ແລ້ວ ​​ໂດຍ​ສະ​ເພາະພວມ​ສຶກສາຄົ້ນຄວ້າ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ເນັ່ງ​ໄປ​ສູ່​ໂກສຕາຣີກາ ຫວັງ​ວ່າ​ຈີນ​ຈະສະໜັບສະໜູນ​ເງິນ​ທຶນ ​ແລະ ​ເຕັກນິກ ​ເພື່ອ​ເຂົ້າຮ່ວມ​ກໍ່ສ້າງ​.

ທ່ານ​ວາ​ເຣລາ ຍັງ​ໃຫ້​ຮູ້​ຕື່ມວ່າ: ປະ​ເທດ​ຕົນ​​ໄດ້ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ອື່ນໆ ​ເປັນຕົ້ນ ການ​ກໍ່ສ້າງ​ທ່າ​ກຳ​ປັ່ນ ​ແລະຫວັງ​ວ່າຈະ​ສາມາດ​ສ້າງ​ໂຄງການ​ທ່ອງ​ທ່ຽວ​ຂີ່​ເຮືອ​ສຳລານ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ. ນອກ​ນີ້, ພົນລະ​ເມືອງ​ຈີນ​ຂໍ​ວີ​ຊາ​ໄປ​ປານາມາ​​ໃນປັດຈຸບັນ​ກໍໃຊ້​ເວລາ​ແຕ່ 24-48 ຊົ່ວ​ໂມງ​ເທົ່າ​ນັ້ນ ​ແລະ​ຍິນ​ດີ​ອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ