ຈີນ​ສະໜັບສະໜູນ​ການ​ເກັບ​ກູ້​ລະ​ເບີດ​ຂອງ​ກຳປູ​ເຈຍ
2017-11-21 15:35:43  cri 

​ ລັດຖະບານ​ຈີນ​ໄດ້​ສະໜອງ​ເຄື່ອງ​ວັດ​ແທກ, ອຸປະກອນ​ປ້ອງ​ກັນລະ​ເບີດ, ຕູບ​ຜ້າ, ຄອມ​ພິວ​ເຕີ ​ແລະ​ອື່ນໆ ​ໃຫ້​ກຳປູ​ເຈຍ​ໃນ ວັນ​ທີ 20 ພະຈິກ​ນີ້ ​ເພື່ອ​ສະໜັບສະໜູນ​ການ​ເກັບ​ກູ້​ລະ​ເບີດ​ຂອງ​ປະ​ເທດ​ດັ່ງກ່າວ ​ແລະ​ການ​ຊ່ວຍ​ເຫຼືອຄັ້ງນີ້​ນອນ​ຢູ່​ໃນ​ແຜນການ​ຊ່ວຍ​ເຫຼືອປະຈຳປີ​ຂອງ​ຕົນ.

ທ່ານ​ເຊ​ເຣ ​ໂກ​ຊານ ລັດຖະມົນຕີ​ລັດຖະກິດ ທັງ​ເປັນຮອງ​ປະທານ​ຜູ້​ທີ​ໜຶ່ງ​ຂອງອົງການ​​ເກັບ​ກູ້​ລະ​ເບີດກຳປູ​ເຈຍ ໄດ້ກ່າວໃນພິທີມອບຮັບ​ວ່າ: ກາ​ນຊ່ວຍ​ເຫຼືອຈາກ​ຈີນ ສາມາດ​ຊ່ວຍຊີວິດປະຊາຊົນ​ປະ​ເທດ​ຕົນ​ເປັນ​ພັນ​ເປັນ​ໝື່ນ​ຄົນ. ຂະນະ​ທີ່​ກຳປູ​ເຈຍ​ມີ​ແຜນ​ຈະ​ສຳ​ເລັດ​ການ​ເກັບ​ກູ້ລະ​ເບີດ​ໃນ​​ປະ​ເທດ​ຕົນ​ເມື່ອ​ຮອດ​ປີ 2025.

ກຳປູ​ເຈຍ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ລະ​ເບີດ​ບໍ່​ທັນ​ແຕກຫຼາຍທີ່​ສຸດ​ໃນ​ໂລກ ​ແລະນັບ​ແຕ່​ປີ 1979 ​ເປັນຕົ້ນມາ, ​ໂດຍລວມ​ແລ້ວ​ມີ​ປະມານ 19.700 ຄົນ​ເສຍ​ຊີວິດ ​ແລະ ອີກ 45.000 ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ລະ​ເບີດ​ບໍ່​ທັນ​ແຕກ. ​ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ດ້ານ​ການ​ເກັບ​ກູ້​ລະ​ເບີດ​ລະຫວ່າງຈີນ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ຫຼັງລັດຖະບານ​ຈີນ​ໄດ້​ສະໜັບສະໜູນການ​ເກັບ​ກູ້​ລະ​ເບີດ​ດ້ວຍ​ຮູບ​ການ​ຕ່າງໆ ​ເປັນຕົ້ນ ຈັດ​ຊຸດ​ອົບຮົມ​ຕ່າງໆ, ສະໜອງອຸປະກອນ, ​ເງິນ​ທຶນ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ