ມຽນ​ມາ​ສ້າງ​ສະ​ຖິ​ຕິ​ໃໝ່​ສົ່ງ​ອອກ​ເຂົ້າ​ສານໃນ​ 50 ປີ​ຜ່ານ​ມາ
2017-11-21 16:07:37  cri 
ທ່ານ​ເຢ​ມິນ​ອອງ ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ເຂົ້າ​ສານ​ມຽນ​ມາ​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ເຖິງວ່າ​​ສົກ​ປີ 2017-2018 ຍັງ​ບໍ່​ທັນ​ໝົດກໍ​ຕາມ, ແຕ່​ວ່າ​ມາ​ຮອດ​ອາ​ທິດ​ທີ​ສອງ​ຂອງ​ເດືອນ​ພະ​ຈິກ​ນີ້, ​ໝາຍ​ວ່າໃນ 8 ເດືອນ​ຜ່ານ​ມາ, ​ປະ​ເທດ​ຕົນ​ສາ​ມາດ​ສົ່ງ​ອອກ​ເຂົ້າ​ສານ​​ໄດ້ປະ​ມານ 2 ລ້ານ​ໂຕນ, ​ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ 50 ປີ​ຜ່ານ​ມາ.

ທ່ານ​ເຢ​ມິນ​ອອງ ກ່າວ​ຕື່ມ​ວ່າ, ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ​ປະ​ເທດ​ຕົນ​ສົ່ງ​ອອກ​ເຂົ້າ​ສານໄດ້ປະ​ມານ 5 ແສນ 6 ໝື່ນ​ໂຕນ. ​ແນວ​ໃດ​ກໍ​ດີ​ໃນ​ສົກ​ປີ 2014-2015, ປະ​ເທດ​ຕົນ​​ສົ່ງ​ອອກ​ເຂົ້າ​ສານໄດ້ 1 ລ້ານ 8 ແສນ​ໂຕນ, ​ເຊິ່ງ​ຖື​ວ່າ​ເປັນ​ສະ​ຖິ​ຕິ​ໃໝ່​ແລ້ວ, ​ຂະ​ນະ​ທີ່​ສົກ 2015-2016, ​ບັນ​ລຸ​ການ​ສົ່ງ​ອອກ 1 ລ້​ານ 4 ແສນ​ໂຕນ, ແລະ​ສົກ​ປີ 2016-2017 ບັນ​ລຸ​ສົ່ງ​ອອກ​ເຖິງ 1 ລ້ານ 7 ແສນ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ