​ເດືອນ​ຜ່ານ​ມານັກ​ທ່ອງ​ທ່ຽວ​ຈີນ​ທ່ຽວ​ໄທ​ເພີ່ມ​ຂຶ້ນ​ເກືອບ 70%
2017-11-21 16:13:14  cri 
ວັນ​ທີ 20 ພະຈິກ​ນີ້, ກະຊວງ​ທ່ອງ​ທ່ຽວ ​ແລະ​ກິ​ລາ​ໄທ​ເປີດ​ເຜີຍ​ວ່າ: ​ໃນ​​ເດືອນ​ຕຸລາຜ່ານ​ມາ, ນັກ​ທ່ອງ​ທ່ຽວຈາກ​ແຜ່ນດິນ​ໃຫຍ່​ຈີນ​ເຂົ້າ​ມາ​ທ່ຽວ​ໄທ​ບັນລຸ​ເຖິງ 8 ​ແສນ​ກວ່າ​ຄົນ ​ເພີ່ມ​ຂຶ້ນ​ເກືອບ 70% ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານ​ທາ ເຊິ່ງຖື​ວ່າ​ເປັນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ປະ​ເທດ​ຕົນ​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

​​ໃນ 10 ເດືອນຂອງປີນີ້, ນັກທ່ອງທ່ຽວຈາກ​ແຜ່ນດິນ​ໃຫຍ່ຈີນ​ເຂົ້າ​ໄປ​ທ່ອງ​ທ່ຽວໄທບັນລຸເຖິງ 8,2 ລ້ານເທື່ອຄົນ ເພີ່ມຂຶ້ນ 5,26% ​ເມື່ອທຽບໃສ່ໄລຍະດຽວກັນຂອງ​ປີຜ່ານມາ ​ແລະກວມເອົາ 28,45% ຂອງຈຳນວນນັກທ່ອງທ່ຽວຕ່າງປະເທດ​ໄປ​ທ່ຽວໄທ. ຂະນະດຽວກັນນັກທ່ອງທ່ຽວກໍ​ໄດ້​ເຮັດ​ໃຫ້​ໄທສ້າງລາຍຮັບ​ໄດ້ເຖິງ 435,5 ຕື້ບາດ ຫຼື 88,1 ຕື້ຢວນ ເພີ່ມຂຶ້ນ 8,34% ​ເມື່ອທຽບໃສ່ໄລຍະດຽວກັນຂອງ​ປີຜ່ານມາ ​ແລະກວມ​ເອົາ​ 29,57% ຂອງ​ລາຍ​ຮັບ​ທັງ​ໝົດ​ຈາກ​ນັກ​ທ່ອງ​ທ່ຽວ​ຕ່າ​ງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ