ອາ​ເມ​ລິ​ກາ​ຈະ​ຂວ້ຳບາດ​ໃໝ່ອີຣານ
2017-11-21 16:18:45  cri 
ວັນ​ທີ 20 ພະ​ຈິກນີ້, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະກາດ​ວ່າ​ຈະ​ຂວ້ຳ​ບາດ​ບຸກຄົນ 2 ຄົນ ​ແລະ 4 ຄະນະ ​ເນື່ອງ​ຈາ​ກຊ່ວຍ​ເຫຼືອກຳລັງປະຕິວັດ​ອີຣານຜະລິດ​ເງິນ​ປອມ​ຢ່າງ​ຫຼວງ​ຫຼາຍ.

ກົມ​ຄຸ້ມ​ຄອງ​ຊັບ​ສິນ​ຕ່າງປະ​ເທດ​ທີ່​ຂຶ້ນ​ກັບ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​​ບັນລຸ 2 ຄົນ ​ແລະ 4 ຄະນະ​ເຂົ້າ​​ໃນ​ບັນຊີ​ດຳ ​ເນື່ອງຈາກ​​ຊ່ວຍ​​ເຫຼືອກຳລັງປະຕິວັດອີຣານຊື້​ອຸປະກອນ ​ແລະ​ວັດຖຸ​ດິບ ​ເພື່ອຜະລິດ​ເງິນ​ປອມ​ເຢ​ແມນທີ່​ມີ​ມູນ​ຄ່າຫຼາຍ​ລ້ານ​ໂດ​ລາ​ສະຫະລັດ​ ​​ແລະຫຼີກການກວດກາ​ຂອງ​ໜ່ວຍ​ງານ​ຄຸ້ມ​ຄອງ​ຂາ​ອອກຂອງ​ເອີຣົບ​ດ້ວຍ​ການ​ຕົວະ​ຍົວະ.

ທ່ານ​ທຣຳ ປະ​ທາ​ນາ​ທິບໍດີ​ອາ​​ເມ​ລິ​ກາ​ໄດ້​ຕຳ​ໜິນະ​ໂຍບາຍ​ອີຣານຂອງ​ລັດຖະບານ​​ໂອ​ບາ​ມາ ​ແລະ​ໄດ້​ອອກ​ມາດ​ຕະການ​ຂວ້ຳ​ບາດ​ໃໝ່ຫຼາຍ​ປະການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ