ທູດ​ພິ​ເສດເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ຢ້ຽມຢາມ​ສປປ ​ເກົາຫຼີ
2017-11-21 16:20:19  cri 
ທ່ານ​ຊົ້ງທ່າວ ທູດ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາ​ງພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເດີນທາງ​ຢ້ຽມຢາມ​ສປປ ​ເກົາຫຼີ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 20 ພະຈິກ​ນີ້ ​ແລະ​​​ໄດ້​ພັບ​ປະກັບ​ຜູ້ນຳ​ສູນ​ກາງ​ພັກແຮງ​ງານ​ສປປ ​ເກົາຫຼີ. ​ໂອກາດ​ດັ່ງກ່າວ, ທ່ານ​ຊົ້ງ​ທ່າວ​ໄດ້​ແຈ້ງ​​ເນື້ອ​ໃນຕົ້ນ​ຕໍ ​ແລະ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູນິດຈີນ. ຂະນະ​ທີ່ສປປ​ ​ເກົາຫຼີ​​ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ​ແລະ​ອວຍພອນ​​ໃຫ້​ປະ​ຊາ​ຊົນ​ຈີນ​ປະ​ສົບ​ຜົນສຳ​ເລັດ​ຢ່າງ​ຍິ່ງ​ໃຫຍ່​ໃນ​ຂະ​ບວນການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ທັນ​ສະ​​ໄໝ​ແບບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສ​ດຂອງ​ຈີນ ​ແລະ​ບັນລຸ​ຄວາມຝັນຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ປະຊາ​ຊາດຈີນ ພາຍ​ໃຕ້​ການ​ນຳພາ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​​ແກ​ນນຳ.

ສອງ​ຝ່າຍຈີນ-ສປປ ​ເກົາຫຼີ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນລະຫວ່າງ​ສອງ​ພັກ-ສອງ​ລັດ, ​ບັນຫາ​ແຫຼມ​ເກົາ​ຫຼີ ​ແລະ​ບັນ​ຫາ​ອື່ນໆ​ທີ່​ສົນ​ໃຈ​ຮ່ວມ​ກັນ ​ແລະພ້ອມຈ​ະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນລະຫວ່າງ​ສອງ​ພັກ ​ເພື່ອ​ຊຸກຍູ້ສາຍ​ພົວພັນ​ຈີນ-ສປປ​ ​ເກົາ​ຫຼີ​ໃຫ້ພັດທະນາ​​ດີ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ