ເສດຖະກິດ​ໄທ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ຮອບກວ່າ 4 ປີຜ່ານ​ມາ
2017-11-22 11:20:23  cri 

ລັດຖະບານ​ໄທ ​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ໃນ​ໄຕ​ມາດ​ທີ 3 ປີ​ນີ້, ​ເສດຖະກິດ​ປະ​ເທດ​ຕົນ​ໄດ້​ເຕີບ​ໂຕ 4,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ແລະ​ເປັນຈັງ​ຫວະ​ການ​ເຕີບ​ໂຕຢູ່​ໃນ​ລະດັບ​ສູງ​ສຸດ​ນັບ​ແຕ່​ໄຕ​ມາດ​ທີ 2 ຂອງ​ປີ 2013 ​ເປັນຕົ້ນມາ.

ຄະນະ​ກຳມະການພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໄທ ຢືນຢັນ​ວ່າ: ​ໃນ​ໄຕ​ມາດ​ທີ 3 ປີ​ນີ້, ການ​ທີ່​ເສດຖະກິດ​​​ເຕີບ​ໂຕ​ໄວ​ຂຶ້ນນັ້ນຕົ້ນຕໍ​ມາຈາກ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ແລະອຸດສາຫະກຳ​ທ່ອງ​ທ່ຽວ. ນອກ​ນີ້, ການ​ບໍລິ​ໂພ​ກ ​ແລະ​ການ​ລົງທຶນຂອງ​ພາກ​ເອກະ​ຊົນພາຍ​ໃນ​ປະ​ເທດກໍ​ເພີ່ມ​ຂຶ້ນ. ຈາກ​ນີ້ ຈຶ່ງຄາດ​ວ່າ​​ປີ​ນີ້, ​ເສດຖະກິດ​ປະ​ເທດ​ຕົນ​ຈະ​ເຕີບ​ໂຕ​ປະມານ 3,9% ​ແລະ ປີໜ້າ​ຈະ​ເຕີບ​ໂຕ​​ລະຫວ່າງ 3,6%-4,6%.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ກະຊວງ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ ​ໄດ້​ເປີດ​ເຜີຍ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ​ນັບແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້ ​ໂດຍ​ລວມ​ແລ້ວ, ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວບັນລຸ​ເຖິງ 28 ລ້ານ 8 ​ແສນ 2 ໝື່ນ​ເທື່ອ​ຄົນ  ​ເພີ່ມ​ຂຶ້ນ​ເກືອ​ບ 6,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ໃນ​ນີ້, ນັກ​ທ່ອງ​ທ່ຽວ​ຈາກ​ແຜ່ນດິນ​ໃຫຍ່ຈີນ​ມີ​ປະມານ 8 ລ້ານ 2 ​ແສນ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 5,26% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ແລະ ກວມ​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຖິງ 28,45%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ