ພູ​ໄຟ​ພົ່ນ​ຄວັນ​ລະ​ເບີດ​ສູງ 700 ​ແມັດ​ຢູ່​ເກາະ​ບາຫຼີ
2017-11-22 11:23:01  cri 

ສູນ​ບັນ​ເທົາ​ໄພ​ຈາກພູ​ໄຟ​ລະ​ເບີດແລະ​ທໍລະນີ​ສາດ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​​ຖະ​ແຫຼງຄັ້ງຫຼ້າສຸດ​ວ່າ: ​ເວລາ 17:05 ​ໂມງ​ຂອງ​ວັນ​ທີ 21 ພະຈິກ​ນີ້, ພູ​​ໄຟ​ອາ​ກົງ​ຢູ່​ເກາະ​ບາຫຼີ ​ໄດ້​ພົ່ນ​ຄວັນ​ໄຟ​ລະ​ເບີດ​ຢ່າງຫຼວງຫຼາຍ ​ແລະ​ສູງ​ເຖິງ 700 ​ແ​ມັດ.

ກ່ອນ​ພູ​​ໄຟ​ດັ່ງກ່າວ​ຈະລະ​ເບີດ​ນັ້ນ, ຢູ່​ບໍລິ​ເວນ​ອ້ອມ​ຂ້າງ​ເຄີຍ​ເກີດແຜ່ນດິນ​ໄຫວຄວາມ​ຖີ່ຕ່ຳ​, ຂະນະ​ທີ່ຄວັນ​ລະ​ເບີດ​ແລະ​ຂີ້​ເຖົ່າທີ່​ພົ່ນ​ອອກ​ມານັ້ນ ​ໄດ້​ເຄື່ອນ​ໄປ​ສູ່​ທິດຕາ​ເວັນ​ອອກສຽງ​ໃຕ້​ຢ່າງ​ຊ້າໆ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່ພູ​​ໄຟ​ຈະສືບ​ຕໍ່​ລະ​ເບີດ.

ປັດຈຸບັນ, ສັນຍານ​ເຕືອນ​ໄພ​ຢູ່​ສະໜາມ​ບິນ​ສາກົນ​ກູຣາ​ເຣ ​ເກາະ​ບາຫຼີ ​ໄດ້​ຍົກ​ລະດັບ​ຈາກ​ສີ​ເຫຼືອງຂຶ້ນ​​ເປັນ​ສີໝາກກ້ຽງ​ແລ້ວ, ​ແຕ່​ກິດຈະການ​ຕ່າງໆ​ຢູ່​ສະໜາມ​ບິນ​ຍັງ​ດຳ​ເນີນ​​ໄປເປັນ​ປົກກະຕິ​ຄື​ເກົ່າ ​ແລະ ຖ້ຽວ​ບິນ​ຕ່າງໆ​ທີ່​ຂຶ້ນລົງ​ສະໜາມ​ບິນ​ກໍ​ບໍ່​ໄດ້ຮັບຜົນ​ກະທົບ. ຂະນະ​ທີ່​ລະດັບ​ເຕືອນ​ໄພພູໄຟ​ຍັງ​ເປັນ​ລະດັບ​ທີ 3 ​ເໝືອນ​ເດີມ ​ແລະ ຢູ່​ບໍລິ​ເວນ​ປາກ​ພູ​ໄຟ​​ໃນ​ວົງ​ລັດສະໝີ 6 ກິ​ໂລ​ແມັດ, ບໍລິ​ເວນ​ພາກ​ເໜືອ-ພາກ​ຕາ​ເວັນ​ອອກສຽງ​ເໜືອ, ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້-ພາກ​ໃຕ້-ພາກ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ວົງ​ລັດສະໝີ 7,5 ກິ​ໂລ​ແມັດ ຍັງ​ກຳນົດ​ເປັນ​ເຂດ​ອັນຕະລາຍ ​ແລະ​ຫ້າມ​ບໍ່​ໃຫ້​ປະຊາຊົນ ຫຼື ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ບໍລິ​ເວນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ