ມະຫາວິທະຍາ​ໄລ​ຕົ່ງ​ນານ​ສະຫຼອງ​ວັນ​ສ້າງ​ຕັ້ງ​ວິທະຍາ​ໄລ​ການ​ກໍ່ສ້າງຄົບຮອບ 90 ປີ
2017-11-22 16:33:30  cri 

ວັນ​ທີ 21 ພະຈິກ​ນີ້, ມະຫາວິທະ​ຍາ​ໄລ​ຕົ່ງ​ນານ​​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ວິທະຍາ​ໄລ​ການ​ກໍ່ສ້າງຄົບຮອບ 90 ປີ ​ໂດຍ​ມີ​ອະດີດນັກ​ສຶກສາ​ທັງພາຍ​ໃນ ​ແລະ​ຕ່າງປະ​ເທດ​​ເຈົ້າ​ຮ່ວມ. ​ໃນ​ພິທີ​​ໄດ້​ຈັດ​ງານ​ວາງສະ​ແດງ​ຜົນ​ງານ​ຂອງນັກ​ສຶກສາ, ບັນດາ​ແບບ​ຈຳລອງ​ການ​ກໍ່ສ້າງ​ທີ່ປະສົມ​ປະສານຄວາມ​ເປັນມູນ​ເຊື້ອ ​ແລະ​ທັນ​ສະ​ໄໝ ​ເຊິ່ງສາມາດ​ດຶງ​ດູດຄວາມ​ສົນ​ໃຈ​ຂອງ​ຜູ້​ເຂົ້າ​ຮ່ວມ. ​ໃນ​ອະດີດ​ວິທະຍາ​ໄລ​ການ​ກໍ່ສ້າງ​ຂອງ​ມະຫາວິທະຍາ​ໄລ​ຕົ່ງ​ນານ​ແມ່ນຄະນະການ​ກໍ່ສ້າງ​ຂອງ​ມະຫາວິທະຍາ​ໄລ​ສູນ​ກາງ​ແຫ່ງຊາດ​ຈີນ ​ເຊິ່ງ​ສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ປີ 1927 ​ເປັນ​ແຫຼ່ງກຳ​ເນີ​ດຄົ້ນຄວ້າ ​ແລະ​ຜະລິດ​ວິທະຍາສາດ​ການ​ກໍ່ສ້າງ​ທັນ​ສະ​ໄໝຈີນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ