ແຜນ​ກາ​ນ​ກຳ​ລັງ​ຮົບ​ຣັດ​ເຊຍ​ປີ 2018-2025 ຈະ​ໃຊ້​ງົບ​ປະ​ມານ 320 ຕື້​ໂດ​ລາ
2017-11-22 16:23:25  cri 
    ວັນ​ທີ 21 ພະ​ຈິກນີ້, ທ່ານ ບັງ​ດາ​ເລັ​ຟ ປະ​ທານ​ກຳ​ມາ​ທິ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ສະ​ພາ​ສະ​ຫະ​ພັນ​ຣັດ​ເຊຍ ກ່າວ​ວ່າ, ແຜນ​ການກຳ​ລັງ​ຮົບ​ຣັດ​ເຊຍ​ປີ 2018-2025 ຈະ​ໃຊ້​ງົບ​ປະ​ມານ 320 ຕື້​ໂດ​ລາ ເພື່ອ​ພັດ​ທະ​ນາ​ອາ​ວຸດ​ໂຈ​ມ​ຕີທີ່​ແນ່ນອນສູງ​ແລະ​ກຳ​ລັງ​ນິວ​ເຄ​ລຍ​ຍຸດ​ທະ​ສາດ​ໃນ​ອະ​ນາ​ຄົດ.

    ຂ່າວ​ສານ​ຕັ​ສ​ລາຍ​ງານ​ວ່າ, ທ່ານ ບັງ​ດາ​ເລັ​ຟ ກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ແຜນ​ການ​ກຳ​ລັງ​ຮົບ​ແຫ່ງ​ຊາດ​ປີ 2018-2025 ໄດ້​ຮ່າງ​ສຳ​ເລັດ​ໂດຍ​ພື້ນ​ຖານ. ອີງ​ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ, ແຜນ​ກາ​ນ​ດັ່ງ​ກ່າວ​ມີຫຼັກ​ການ​​ປັບ​ປຸງ​ລະ​ບົບ​ເຕັກ​ນິກ, ຊຸ​ກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່, ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ຍຸດ​ໂທ​ປະ​ກອນ​ໃໝ່, ຮັບ​ປະ​ກັນ​ການ​ຜະ​ລິດ​ຍຸດ​ໂທ​ປະ​ກອນ​ທີ່​ເປັນ​ລະ​ບົບ ແລະ ເຜີຍ​ແຜ່​ອາ​ວຸດ​ທີ່ພັດ​ທະ​ນາ​ແລ້ວແລະ​ມີ​ປະ​ສິດ​ທິ​ພາບ​ສູງ.

    ໃນ​​ໂອ​ກາດ​ກ່າວ​ເຖິງ​ທິດ​ທາງ​ພັດ​ທະ​ນາ​ຍຸດ​ໂທ​ປະ​ກອນ​ໃນ​ອະ​ນາ​ຄົດ, ທ່ານ ບັງ​ດາ​ເລັ​ຟ ກ່າວ​ວ່າ, ຈະ​ເລັງ​ໃສ່​ອາ​ວຸດ​ທີ່​​ແນ່ນອນ​ສູງ​ແລະ​ກຳ​ລັງ​ນິວ​ເຄ​ລຍ​ຍຸດ​ທະ​ສາດ, ພິ​ຈາ​ລະ​ນາ​ເຖິງ​ການ​ປ່ຽນ​ແປງ​ໃນ​ດ້ານ​ຍຸດ​ທະ​ສາດ​ແລະ​ຍຸດ​ທະ​ວິ​ທີ​ໃນ​ສົງ​ຄາມ​ອະ​ນາ​ຄົດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທີ່​ກ້າວ​ໜ້າ ແລະ​ຍຸດ​ໂທ​ປະ​ກອນ​ພິ​ເສດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ