ປະ​ທານ​າ​ທິ​ບໍ​ດີ​ຟິ​ລິບ​ປິນ​ສະ​ເໜີ​ໃຫ້​ບໍ​ລິ​ສັດ​ຈີນເປັນ​ບໍ​ລິ​ສັດ​ໂທ​ລະ​ຄົມ​ແຫ່ງ​ທີ​ສາມ​ຂອງ​ປະ​ເທດ​ຕົນ
2017-11-22 16:31:28  cri 
    ໜັງ​ສື​ພິມ​ສະ​ຕາ​ຂອງ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 21 ພະ​ຈິກນີ້​ລາຍ​ງານ​ວ່າ, ທ່ານ ຮາ​ຣີ ໂຣ​ເກີ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 20 ພະ​ຈິກນີ້​ວ່າ, ທ່ານ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ ​ໄດ້ຕົກ​ລົງ​ທັບ​ມ້າງ​ການ​ຜູກ​ຂາດ​​ຂະ​ແໜງ​ການ​ໂທ​ລະ​ຄົມ ແລະ​ສະໜອງ​ສິດ​ທຸ​ລະ​ກິດ​ໂທ​ລ​ະ​ຄົມ​ແຫ່ງ​ທີ​ສາມ​ໃຫ້​ບໍ​ລິ​ສັດ​ຈີນ.

    ທ່ານ ໂຣ​ເກີ ກ່າວ​ວ່າ, ການ​ທັບ​ມ້າງ​ການ​ຜູກ​ຂາດ​ດ້ານ​ໂທະ​ລະ​ຄົມ​ແມ່ນ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ປະ​ຊາ​ຊົນ ແລະ ການ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ເລືອກ​ປະ​ເທດ​ຈີນນັ້ນ ເນື່ອງ​ຈາກ​ວ່າ​ບໍ​ລິ​ສັດ​ຈີນ​ມີ​ເງິນ​ທຶນ​ແລະ​ເ​ຕັກ​ນິກ, ສາ​ມາດ​ໃຫ້​ການ​ບໍ​ລິ​ການ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ. ຂະ​ນະ​ດຽວ​ກັນ, ປະ​ເທດ​ຕົນ​ກຳ​ລັງ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ຈີນ​ຄືນ​ໃໝ່, ສະ​ນັ້ນ ການ​ເລືອກ​ບໍ​ລິ​ສັດຈີນຈະ​ມີ​ທ່າ​ແຮງ​ດ້ານ​ເສດ​ຖະ​ກິດຫຼາຍກວ່າ.

    ຂ່າວ​ແຈ້ງວ່າ, ທົ່ວ​ໂລກ ຄວາມ​ໄວ​ຂອງເຄືອ​ຂ່າຍ​ໂທ​ລະ​ຄົມ​ເຄື່ອນ​ທີ່​ແລະ​ຄົງ​​ທີ່​ຂອງ​ຟິ​ລິບ​ປິນ ຫຼ້າຫຼັງ​ກວ່າ ທັງຫຼ້າຫຼັງ​ກວ່າຫຼາຍ​ປະ​ເທດ​ອ້ອມ​ຂ້າງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ພາ​ໃຫ້​ປະ​ຊາ​ຊົນ​ບໍ່​ພໍ​ໃຈ. "ດ້ວຍ​ເຫດນີ້, ທ່ານ​ດູ​ເຕີ​ເຕ​ຈຶ່ງໄດ້​ຕັດ​ສິນ​ໃຈ​ທັບ​ມ້າງ​ການ​ຜູກ​ຂາດ​ດ້ານ​ໂທ​ລະ​ຄົມ ແລະ​ຮຽກ​ຮ້ອງ​ໃຫ້​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີແກ້​ໄຂ​ຄຳ​ຮ້ອງ​ຂໍ​ກ່ຽວ​ກັບ​ບໍ​ລິ​ສັດ​ໂທ​ລະ​ຄົມ​ແຫ່ງ​ທີ​ສາມ​ພາຍ​ໃນ 45 ມື້." ທ່ານ ໂຣ​ເກີ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ