ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເນັ້ນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ຣັດ​ເຊຍ
2017-11-22 16:33:35  cri 
    ທ່ານ ເຊີ​ເກ ກ​ລາ​ຊີ​ເຢັ​ຟ ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ກ່າວ​ໃນ​ວັນ​ທີ 21 ພະ​ຈິກນີ້​ວ່າ, ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ-ອາ​ຊີ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ ໃຫ້​ຂະ​ຫຍາຍ​ສູງຂຶ້ນກວ່າ​ເກົ່າ.

    ທ່ານ ກ​ລາ​ຊີ​ເຢັ​ຟ ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຄວາມ​ສາ​ມາດ​ການ​ຜະ​ລິດ​ສາ​ກົນ 2017 ແລະ ງານ​ພົບ​ປະ​ສັງ​ສັນ​ການ​ຮ່ວມ​ມື​ລົງ​ທຶນ​ກັບ​ພາຍນອກ​ຂອງ​ຈີນ​ຄັ້ງ​ທີ 9 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ຣັດ​ເຊຍ ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ມີ​ທ່າ​ແຮງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ເຊິ່ງ​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ວົງ​ການ​ການ​ຄ້າ​ຣັດ​ເຊຍ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຈອດ​​ລະ​ຫວ່າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ-ອາ​ຊີ​ຢ່າງກວ້າງ​ຂວາງ.

    ທ່ານ ກ​ລາ​ຊີ​ເຢັ​ຟ ກ່າວ​ຕື່ມ​ວ່າ, ຣັດ​ເຊຍ​ໄດ້​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຢ່າງຫຼວງ ຫຼາຍ, ແຕ່​​ຢູ່​ຈີນ ແລະ ໂຄງ​ການ​ເຊື່ອມ​ຈອດ​ລະ​ຫວ່າງ  "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ-ອາ​ຊີ​ ນັ້ນ​ຍັງອ່າວ​ໜ້ອຍ, ສະ​ນັ້ນ, ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ ຈຶ່ງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ມະ​ຫາ​ສານ. ແນວ​ໃດ​ກໍ​ດີ, ສອງ​ປະ​ເທດ​ຄວນ​ຊຸກ​ຍູ້​ການ​ຊຳ​ລະ​ສະ​ສາງ​ດ້ວຍ​ເງິນ​ຕາ​ສະ​ກຸນ​ຕົນ​ຂອງ​ສອງ​ຝ່າຍ, ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ທະ​ນາ​ຄານ ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຕະຫຼາດ​ການ​ທະ​ນາ​ຄານ.

    ຂ່າວ​ແຈ້ງວ່າ, ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ແລະ​ມີ​ທ່າ​ອ່ຽງ​ທີ່​ດີ ເຊິ່ງ​ເຫັນ​ໄດ້​ຈາກ​ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຣັດ​ເຊຍ​ໃນຫຼາຍ​ປີ​ຕິດ​ຕໍ່​ກັນ ແລະ ສະ​ຖິ​ຕິ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເດືອນ​ມັງ​ກອ​ນ​ເຖິງ​ເດືອນ​ກັນ​ຍາ​ປີນີ້, ມູນ​ຄ່າ​ການ​ຄ້າ​ຈີນ-ຣັດ​ເຊຍ ໄດ້​ບັນ​ລຸ​ເຖິງ 61 ຕື້ 380 ລ້ານ​ໂດ​ລາ ເຊິ່ງ​ເພີ່ມ​ຂຶ້ນ 22,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ