ກວ່າ 100 ວິ​ສາ​ຫະກິດ​ຈີນ​ເຂົ້າ​ປະຈຳ​ເຂດ​ເສດຖະກິດ​ພິ​ເສດ​ຕ່າງໆ​ຢູ່​ຟິລິບ​ປິນ
2017-11-23 11:32:59  cri 

ກອງ​ປະຊຸມ​ແລກປ່ຽນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ເສ​ສວນ​ຈີນ-ຟິລິບ​ປິນ ​ໄດ້​ຈັດ​ຂຶ້ນຢູ່ສຳນັກງານ​ສະຫະພັນ​ນັກທຸລະກິດ​ຈີນ​ປະຈຳ​ຟິລິບ​ປິນ ນະຄອນຫຼວງມະນີ​ລາ ​ໃນ​ຕອນ​ບ່າຍ​ວັນ​ທີ 22 ພະຈິກ​ນີ້. ຂະນະ​ທີ່​ທ່ານ​ຄາຣີ​ໂຕ ຫົວໜ້າ​ອົງການ​ເຂດ​ເສດຖະກິດ​ພິ​ເສດ​ຟິລິບ​ປິນ ກ່າວ​ວ່າ: ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດຈີນ​ມາ​ທັດສະນະ​ສຶກສາ ​ແລະ ລົງທຶນ​ຢູ່​ປະ​ເທດ​ຕົນຫຼາຍຂຶ້ນຕື່ມ. ປັດຈຸບັນ, ວິ​ສາ​ຫະກິດ​ຈີນທີ່​ເຂົ້າ​ປະຈຳ​ເຂດ​ເສດຖະກິດ​ພິ​ເສດ​ຕ່າງໆ​ຂອງປະ​ເທດ​ຕົນ​ນັ້ນມີ​ເຖິງ 109 ​ແຫ່ງ​ແລ້ວ ​​ໂດຍ​ຕົ້ນຕໍ​ໄດ້​ລົງທຶນ​ໃນ​ຂະ​ແໜງ​ການ​ເອ​ເລັກ​ໂຕຣນິກ, ການ​ຜະລິດ​ກົນ​ຈັກ, ການ​ປຸງ​ແຕ່ງ​ໂລຫະ, ອຸດສາຫະກຳ​ເຄມີ, ຢາງພາລາ, ການຜະລິດເຄື່ອງນຸ່ງ, ​ເຕັກນິກ​ຂໍ້​ມູນ​ຂ່າວສານ, ການ​ຈໍລະ​ຈອນ​ສິນຄ້າ, ​ອະສັງຫາລິມະ​ຊັບ ​ແລະ​ອື່ນໆ.

ທ່ານ​ຄາຣີ​ໂຕ ກ່າວ​ຕື່ມ​ວ່າ: ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ຮ້ອງ​ຂໍ​ສ້າງຕັ້ງວິ​ສາ​ຫະກິດ​​ຢູ່​ເຂດ​ເສດຖະກິດ​ພິ​ເສດ​ປະ​ເທດ​ຕົນນັ້ນ ຈະ​ໄດ້​ຮັບ​ການ​ປະຕິບັດ​​ເທົ່າ​ທຽມ​ກັບ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ຂະນະ​ທີ່​ທະນາຄານ​ໂລກ​ກໍ​ໄດ້​​ຢືນຢັນ​ວ່າຮູບ​ແບບ "​ເຂດ​ເສດຖະກິດ​ພິ​ເສດ​ຟິລິບ​ປິນ" ມີ​ປະສິດທິພາບ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ