ວົງ​ການເຕະບານ​ໄທ​ເຜີຍຈັບ 12 ຄົ​ນມີ​ສ່ວນ​ລົ້ມບານ
2017-11-23 11:34:28  cri 

ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 22 ພະຈິກ​ນີ້​ວ່າ: ​ ເມື່ອ​ບໍ່​ດົນ​ມາ​ນີ້, ສະຫະພັນ​ເຕະບານ​ປະ​ເທດ​ຕົນ​ໄດ້​ເຜີຍ​​ຂ່າວ​ລົ້ມບານ​ ​ແລະຈາກ​ນັ້ນ​ເຈົ້າໜ້າ​ທີ່​ຕຳຫຼວດກໍຈັບຜູ້​ຕ້ອງ​ສົງ​ໄສ 12 ຄົນ.

ນາຍຕຳຫຼວດ​ໄທ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ວ່າ: ຂ່າວ​ລົ້ມບານ​ເທື່ອ​ນີ້​ໄດ້​ກ່ຽວ​ພັນ​ເຖິງ​ການ​ແຂ່ງຂັນ​ພຣີ​ເມຍ​ລິກຂອງປະ​ເທດ​ຕົນ 4 ນັດ ​ແລະ​ຜູ້​ຕ້ອງ​ສົງ​ໄສ​ລວມທັງ​ຄູ​ຝຶກ, ນັກ​ເຕະ, ກຳມະການ ​ແລະ ຫົວໜ້າ​ສະ​ໂມ​ສອນ​ເປັນຕົ້ນ. ​​ໃນ​ການ​ສືບສວນ​ ​ຫຼັງ​​ເກັບ​ກຳຫຼັກຖານ​ເປັນ​ເວລາ​ເກືອບ 1 ປີນັ້ນ, ​ເຈົ້າໜ້າ​ທີ່​ຕຳຫຼວດສາມາດສືບ​ຮູ້​​ທີ່​ມາ, ທີ່​ໄປ ​ແລະ​ການ​ຄວບ​ຄຸມ​​ທຶນ​ໄດ້​ຢ່າງ​ຈະ​ແຈ້ງ ທັງ​ສາມາດກຳ​ໄດ້ຫຼັກຖານ​ອັນ​ໜັກ​ແໜ້ນ​ທີ່ຢືນຢັນ​ວ່າ​ຜູ້​ຕ້ອງ​ສົງໄສ​ມີ​ກະທຳ​ຜິດກົດໝາຍ​ອາຍາ ຈຶ່ງ​ຍື່ນ​ຟ້ອງ​ຕໍ່​ສານ​ເພື່ອ​ຂໍ​ໝາຍຈັບ. ນອກ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດຍັງ ​​ເປີດເຜີຍຕື່ມ​ວ່າ: ​ໃນ​ເຫດການ​ລົ້ມບານ​ເທື່ອ​ນີ້, ​ເງິນ​ສິນ​ບົນມີຫຼາຍສຸດ​ເຖິງ 27.000 ​ໂດ​ລາ​ສະຫະລັດຕໍ່​ນັດ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ປັດຈຸບັນ, ຜູ້​ຕ້ອງ​ສົງ​ໄສ 12 ຄົນ​ໄດ້ປະກັນ​ຕົວ​​ແລ້ວ, ຂະນະ​ທີ່​ອົງການ​ທີ່​ກ່ຽວຂ້ອງ​ພວມ​ສືບສວນ-ສອບ​ສວນ​ເຫດການ​ດັ່ງກ່າວຕື່ມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ